ໃນຕອນເຊົ້າວັນທີ 24 ກັນຍາ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານການຫັນເປັນລັດດິຈີຕອນພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄະນະຫັນເປັນດິຈີຕອນ 252 ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ທ່ານ ປອ ທະວີສຸກ ມະໂນທັມ ຄະນະປະຈໍາພັກ ຫົວໜ້າສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ, ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະຮັບຜິດຊອບແຕ່ລະວຽກຂອງ ຄອສພ.
ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດບາງດ້ານທີ່ໄດ້ເຄື່ອນໄຫວຮ່ວມກັນໃນໄລຍະ 2 ປີ ຜ່ານມາ ແລະ ປຶກສາຫາລືວາງແຜນການໃນການສືບຕໍ່ລົງນາມການຈັດຕັ້ງປະຕິບັດ (MOU) ຫຼື ສັນຍາຮ່ວມມືໂດຍກົງລະຫວ່າງ 2 ຝ່າຍໃນຕໍ່ໜ້າແນ່ໃສ່ປະຕິບັດໂຄງການທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດສຳເລັດ.
ໃນພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຫັນເປັນດີຈີຕອນວຽກງານໂຄສະນາອົບຮົມ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະ 2 ປີຜ່ານມາທີ່ໄດ້ຈັດຕັ້ງຜັນຂະຫຍາຍບາງກິດຈະກຳດ້ວຍຜົນສຳເລັດລະອຽດມີດັ່ງນີ້:
1. ວຽກງານຫັນເປັນລັດດີຈີຕອນ: ຕິດຕັ້ງ ແລະ ຝຶກອົບຮົມ E-Ofice, Email,G-Chat,G-Share, etc.
2. ວຽກງານເຜີຍແຜ່ ຝຶກອົບຮົມ 15ເອກະສານ ຂອງການຫັນເປັນດີຈີຕອນ.
3. ວຽກງານລະບົບເຄືອຂ່າຍ.
4. ວຽກງານຫ້ອງສະໝຸດດີຈີຕອນ
ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ຢູ່ໃນຄະນະຮັບຜິດຊອບແຕ່ລະໜ່ວຍງານ ພ້ອມກັນເອົາໃຈໃສ່ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ໃນການປຶກສາຫາລື ແລະ ວາງແຜນການຮ່ວມກັນ ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍບົດບັນທຶກ (MOU) ສະບັບໃໝ່ ຂອງພວກເຮົາມີຜົນເລັດຕາມຄາດໝາຍທີ່ວາງໄວ້.
ໃນໂອກາດດັ່ງກ່າວ ທ່ານ ປອ ທະວີສຸກ ມະໂນທັມ ຄະນະປະຈໍາພັກ ຫົວໜ້າສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ແລະ ສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດວຽກງານການຫັນເປັນດີຈີຕອນໃນໄລຍະຜ່ານມາ ພ້ອມທັງວາງທິດທາງແຜນການພັດທະນາໃນຕໍ່ໜ້າ; ພ້ອມນັ້ນ ກອງປະຊຸມຍັງໄດ້ປຶກສາຫາລືແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ໃນນັ້ນລົງເລິກແລກປ່ຽນກັນກ່ຽວກັບວຽກງານການຫັນຫ້ອງສະໝຸດເປັນດິຈີຕອນ, ການກໍ່ສ້າງບຸກຄະລາກອນ, ການສ້າງບັນດາຫຼັກສູດ ແລະ ການຝຶກອົບຮົມການນໍາໃຊ້ລະບົບທັນສະໄໝຂອງພາກລັດ, ການຮ່ວມມືສອງຝ່າຍທາງດ້ານວຽກງານການສະໜອງຂໍ້ມູນ, ການປ້ອນຂໍ້ມູນຂອງພັກ-ລັດ ເຂົ້າໃນລະບົບ AI ຂອງລາວ ເພື່ອສອນໃຫ້ AI ຂອງລາວມີທັດສະນະຫຼັກໝັ້ນຄືກັບພັກເຮົາ ແລະ ຮັບປະກັນຄວາມຖືກຕ້ອງໄດ້ຢ່າງເລິກເຊິ່ງ.
ການແລກປ່ຽນຄໍາຄິດຄໍາເຫັນຂອງທັງສອງຝ່າຍເຫັນວ່າແຕ່ລະຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເພື່ອສ້າງຄູ່ຮ່ວມມືທີ່ໝັ້ນຄົງຍາວນານ ໃນການພັດທະນາວຽກງານໂຄສະນາໃຫ້ນັບມື້ນັບມີຄວາມທັນສະໄໝ.