ກອງປະຊຸມປຶກສາຫາລືການປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມສູນກາງພັກ.

 

ກອງປະຊຸມປຶກສາຫາລືການປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າວັນທີ 11 ກໍລະກົດ 2025ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມປຶກສາຫາລືການປັບປຸງກົງຈັກການຈັດຕັ້ງ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ບັນດາຄະນະພັກ, ຄະນະກົມ 14 ກົມເຂົ້າຮ່ວມ.

ຈຸດປະສົງເພື່ອເປັນເຜີຍແຜ່ເອກະສານປັບປຸງກົງຈັກການຈັດຕັ້ງ ຄອສພຢູ່ຂັ້ນສູນກາງ, ປັບປຸງທີ່ຕັ້ງພາລະບົດບາດໃໝ່ຂອງຄະນະໂຄສະນາອົບຮົມສູນກາງພັກໃຫ້ສຳເລັດພາຍໃນເດືອນກໍລະກົດ ແລະ ເຜີຍແຜ່ທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ; ຫຼັງຈາກນັ້ນໄດ້ປະກອບຄຳຄິດເຫັນໃສ່ຮ່າງພະລະບົດບາດໃໝ່ຂອງ ຄອສພ ແລະ ການປັບປຸງຊັບຊ້ອນກົງຈັກຂັ້ນພະແນກ ແລະ ບຸກຄະລາກອນພາຍໃນ ຄອສພ ຢ່າງກົງໄປກົງມາ ເພື່ອເປັນທິດປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດໃຫ້ມີຄວາມກະທັດຮັດ ແລະ ສອດຄ່ອງຕາມສະພາບຕົວຈິງໃນປັດຈຸບັນ.

ໃນຕອນທ້າຍ ປະທານໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງ ຄອສພ ແລະ ໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າບັນດາສະຫາຍຈະສືບທອດຮັກສາມູນເຊື້ອສາມັກຄີຮັກແພງປອງດອງເຊີ່ງກັນ ແລະ ກັນເວົ້າລວມ ເວົ້າສະເພາະກໍແມ່ນພ້ອມກັນເຮັດວຽກງານແນວຄິດການເມືອງໃຫ້ດີ ແລະ ພ້ອມກັນສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ ເພື່ອນໍາພາວຽກງານໂຄສະນາອົບຮົມໃຫ້ຢູ່ແຖວໜ້າ; ນອກນັ້ນ ປະທານໄດ້ເນັ້ນ ໜັກໃຫ້ສະມາຊິກພັກ-ພະນັກງານ ທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ສືບທອດມູນເຊື້ອຂອງພັກ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.