ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນທ້າຍສະໄໝ ຢ່າງເປັນຂະບວນຟົດຟື້ນ ຕິດພັນກັບການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້າ. ໃນຕອນເຊົ້າຂອງວັນທີ 8 ຕຸລາ 2025 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນທີ່ ຫ້ອງປະຊູມໃຫຍ່ ຄະນະໂຄສະນາອົບຮົມສູນການພັກ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ສຈ.ປອ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ; ເຂົ້າຮ່ວມມີ: ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ບັນດາກະຊວງອົງການອ້ອມຂ້າງສູນກາງ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ.
ໃນພິທີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນກ່າວຈຸດປະສົງຂອງພິທີປາຖະກະຖາແມ່ນ ເພື່ອທົບທວນຄືນມູນເຊື້ອການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອຈາລຶກຄຸນງາມຄວາມດີ, ແວ່ນແຍງອັນໃສແຈ້ງ ແລະ ແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.
ຫຼັງຈາກນັ້ນ ສະຫາຍ ສຈ.ປອ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຫວນຄືນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ຕະຫຼອດໄລຍະ 70 ປີຜ່ານມາ ກໍຄືທົບທວນມູນເຊື້ອອັນສະຫງ່າງາມແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະ ຫຼອດໄລຍະ 50 ປີ ຜ່ານມາໄດ້ມີການປ່ຽນແປງອັນໃຫຍ່ຫຼວງຮອບດ້ານໂດຍສະເພາະແມ່ນການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງນັ້ນໄດ້ກາຍເປັນພື້ນຖານທີ່ໝັ້ນຄົງທາງດ້ານເສດຖະກິດ-ສັງຄົມ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບອັນໜັກແໜ້ນ ແລະ ຮັບປະກັນຄວາມຍືນຍົງຂອງລະບອບໃໝ່ພວກເຮົາທັງສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບນາໆປະການ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກຢ່າງສະຫງ່າຜ່າເຜີຍ, ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດພາລະກິດປະຕິວັດອັນສະຫງ່າລ່າສີຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນການດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ປະທານໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານໃນຮຸ່ນຕໍ່ໄປ, ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ ສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມນັບຖືຈາກມະຫາຊົນຕະຫຼອດມາ ແລະ ໃນຕອນທ້າຍ ສະຫາຍຍັງໄດ້ເນັ້ນເຖິງການເສີມຂະຫຍາຍມູນເຊື້ອ 2 ທັນວາ ແລະ ການຮໍ່າຮຽນເອົາແບບຢ່າງອັນໃສແຈ້ງຂອງ ປະທານ ໄກສອນ ພົມວິຫານ ເຂົ້າໃນການສືບຕໍ່ນໍາພາພາລະກິດປະຕິວັດຂອງພັກ, ການເພີ່ມທະວີຄວາມສາມາດນໍາພາຮອບດ້ານ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມກຳລັງແຮງກໍາລັງສູ້ຮົບຂອງພັກໃນຖັນແຖວພະນັກງານ-ສະມາຊິກພັກ ໃຫ້ແໜ້ນແຟ້ນ ເພື່ອນໍາພາລະກິດປະຕິວັດຂອງພັກ ສູ່ຈຸດໝາຍທີ່ແນ່ນອນ.