ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຄຳມ່ວນ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຄຳມ່ວນ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່
ໃນລະຫວ່າງວັນທີ 15-16 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຄຳມ່ວນ ໃຫ້ກຽດເຂົ້າພົບປະ ທ່ານ ບຸນທັນ ສຸວັນນະລາດ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ພ້ອມດ້ວຍຄະນະ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສຸນກາງພັກ ພ້ອມດ້ວຍຄະນະ.
ໃນວາລະ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນໄດ້ກ່າວຈຸດປະສົງເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການນຳໃຊ້ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ເພື່ອຍົກສູງຄຸນນະພາບທາງດ້ານເນື້ອໃນ ແລະ ຮູບການຂອງວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະກໍແມ່ນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານທົ່ວຄະນະໂຄສະນາອົບແຂວງຄຳມ່ວນ ມີທັກສະໃນການນຳໃຊ້ສື່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ນັບມື້ນັບສູງຂື້ນເພື່ອປັບປຸງ ແລະ ພັດທະນາວຽກງານຂອງຕົນໃຫ້ມີຄວາມທັນສະໄໝສາມາດເຊື່ອມໂຍງກັບພາຍນອກ ແລະ ສ້າງເງື່ອນໄຂໃຫ້ການ ຄົ້ນຄ້ວາກໍາແຫນ້ນ, ມະຕິຂອງກອງປະຊຸມໃຫ່ຍ ແລະ ຂອງກອງປະຊຸມສູນກາງພັກ ແຕ່ລະຄັ້ງເວົ້າລວມ ເວົ້າສະເພາະກໍຄືມະຕິກອງປະຊຸມໃຫຍ່ຂອງແຂວງ ກໍຄືແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ລະບຽບກົດຫມາຍຂອງລັດ; ເຜີຍແຜ່ອະທິບາຍໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນເຜົ່າ, ບັນດາຊັ້ນຄົນໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈ ພ້ອມກັນນັ້ນກໍໂຄສະນາປຸກລະດົມການຈັດຕັ້ງປະຕິບັດໃຫ້ປະກົດເປັນຈິງ.
ຫຼັງຈາກນັ້ນທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ​ ໄດ້ຂຶ້ນເຜີຍແຜ່ກ່ຽວກັບວຽກງານສື່ແບບໃໝ່ ແລະ ໄດ້ຮຽກຮ້ອງໃຫ້ພະນັກງານຕ້ອງເອົາໃຈໃສ່ຍາດແຍ້ງຄວາມຮູ້ເພື່ອໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ ວິຊາສະເພາະໃຫ້ມີຄວາມວ່ອງໄວ ພ້ອມນັ້ນ ທ່ານຍັງໄດ້ເນັ້ນມາຍັງພະນັກງານແຕ່ລະສະຫາຍ ຈົ່ງນຳເອົາບົດຮຽນ ດັ່ງກ່າວໄປ ຜັນຂະຫຍາຍ ແລະ ນຳໃຊ້ໃຫ້ປະກົດຜົນເປັນຈິງ.
ພາຍຫຼັງສຳເລັດເຮັດວຽກຢູ່ແຂວງແລ້ວຄະນະຍັງໄດ້ນຳພາລົງເຄື່ອນໄຫວຢ້ຽມ ແລະ ເຮັດວຽກຢູ່ທີ່ເມືອງຫີນບູນ; ພ້ອມນັ້ນຍັງໄດ້ມອບຄອມພິວເຕີຈຳນວນ 1 ຊຸດເພື່ອຊຸກຍູ້ຄະນະໂຄສະນາອົບຮົມເມືອງຫີນບູນເພື່ອປະກອບສ່ວນເຂົ້າໃນໜ້າທີ່ວຽກງານ.