ກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ຢູ່ແຂວງສະຫວັນນະເຂດ

ກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ຢູ່ແຂວງສະຫວັນນະເຂດ
ໃນວັນທີ 13-14 ຕຸລາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ພາຍໃຕ້ການເປັນປະທານຮ່ວມ ໂດຍ ທ່ານ ພູວັນ ສຸວັນ ຮອງຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຄຳຫຼ້າ ພະພິທັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ; ມີພະນັກງານຄະນະໂຄສະນາອົບຮົມແຂວງ, ຜູ້ຮັບຜິດຊອບວຽກສື່ເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ກໍຄື ການນໍາໃຊ້ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນາ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານ ການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາ ອົບຮົມ ໃຫ້ເປັນ ທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0.
ເພື່ອແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງທົ່ວປະເທດມີຄວາມຮູ້, ຄວາມ ສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການພັດທະນາເວັບໄຊ, ການຄຸ້ມຄອງລະບົບເວັບໄຊ ເພື່ອເຮັດ ໃຫ້ການນໍາໃຊ້ສື່ສະດວກວ່ອງໄວທັນເຫດການ.
ເພື່ອຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການໂຄສະນາ ຫຼື ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາ ອົບຮົມແຂວງ, ເມືອງ ໃຫ້ນັບມື້ນັບສູງຂຶ້ນ ແລະ ມີຄວາມເຂົ້າໃຈເລີກເຊິ່ງ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ ໃນປັດຈຸບັນ.
ເພື່ອສ້າງໃຫ້ແຂວງມີຄວາມເຂັ້ມແຂງໃນການນໍາໃຊ້ສື່ທີ່ທັນສະໄໝທັງສາມາດຜັນຂະຫຍາຍລົງສູ່ຮາກຖານ ກໍຄືບັນດາເມືອງ.
ຫຼັງຈາກເຮັດວຽກນຳແຂວງສຳເລັດ ຄະນະກໍໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໄຊບູລີ ແລະ ໄດ້ມອບຄອມພິວເຕີຕັ້ງໂຕະຈຳນວນ1ຊຸດໃຫ້ແກ່ຄະນະໂຄສະນາອົບຮົມເມືອງໄຊບູລີ