ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ພົບປະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ໃນວັນທີ 15 ກໍລະກົດ 2025 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົມສູນກາງພັກ ທ່ານ ນ. ເມແກນ ໂຈນສ (Megan Jones) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວພ້ອມຄະນະເຂົ້າຢ້ຽມຢາມ ແລະ ພົບປະທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມນຳມີ: ໂທລະພາບແຫ່ງຊາດ, ໜັງສືພິມພາສາຕ່າງປະເທດ, ຫ້ອງການ, ກົມຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມສູນກາງພັກ.
ໃນໂອກາດເຂົ້າຢ້ຽມຢາມ ແລະ ພົບປະຄັ້ງນີ້, ທ່ານ ນ. ເມແກນ ໂຈນສ (Megan Jones), ເອກອັກຄະຣາຊະທູດ ອົດສະຕາລີ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ກໍ່ຄື ບັນດາການນຳພັກ, ລັດ ຂອງ ສປປ ລາວຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ເລືອກອົດສະຕາລີເຂົ້າຮ່ວມການລົງທຶນໃນສປປ ລາວ ພ້ອມທັງສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ການພົວພັນຮ່ວມມືລະຫວ່າງສອງຊາດລາວ-ອົດສະຕາລີ ພາຍໃຕ້ໂຄງການຊ່ວຍເຫຼືອຂອງລັດຖະບານອົດສະຕາລີ Australian Aid ຫຼາຍໆໂຄງການໂດຍສະເພາະແມ່ນ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ1, ນອກຈາກນັ້ນຍັງມີຂົງເຂດການພັດທະນາຊັບພະຍາກອນມະນຸດ, ສິ່ງແວດລ້ອມ, ເສດຖະກິດ-ສັງຄົມ, ວຽກງານຖະແຫຼ່ງຂ່າວ ແລະ ຝຶກອົບຮົມວຽກງານຂ່າວສານໃຫ້ແກ່ນັກຂ່າວໃນວາລະທີ່ສປປ ລາວເປັນເຈົ້າພາບກອງປະຊຸມອາຊຽນໃນປີຜ່ານມາ; ພາຍຫຼັງທີ່ວຽກງານຖະແຫຼ່ງຂ່າວໄດ້ໂອນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກແລ້ວ ລັດຖະບານອົດສະຕາລີກໍຢືນຢັນຍັງຈະສືບຕໍ່ພົວພັນຮ່ວມມືກັບຂົງເຂດວຽກງານຖະແຫຼ່ງຂ່າວຂອງລາວ ໃນການຈັດຝຶກອົບຮົມໃຫ້ແກ່ສື່ມວນຊົນລາວແນ່ໃສ່ເພື່ອສ້າງສື່ມວນຊົນໃຫ້ມີຄວາມເຂັ້ມແຂງຫັນເປັນສື່ທັນສະໄໝ ແລະ ກຸ້ມຕົນເອງໃຫ້ໄດ້ໃນສະພາບປັດຈຸບັນ.
ໃນໂອກາດຢ້ຽມຢາມໃນຄັ້ງນີ້, ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ນ. ເມແກນ ໂຈນສ (Megan Jones) ທີ່ເປັນທູດທຳຜູ້ອິດທີ່ເຂົ້າພົບພາຍຫຼັງວຽກງານຖະແຫຼ່ງຂ່າວໄດ້ໂອນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງໃນໄລຍະຜ່ານມາທາງສະຖານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ກໍໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄືການຮ່ວມມືໃນທາງດ້ານຕ່າງໆ ຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານກໍຄືປະຊາຊົນສອງຊາດ ລາວ-ອົດສະຕາລີ ໃຫ້ໄດ້ຮັບການພັດທະນາ; ພ້ອມດຽວກັນນີ້, ທ່ານຍັງໄດ້ສະເໜີໃຫ້ ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ສືບຕໍ່ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ວຽກງານສື່ມວນຊົນໃຫ້ມີບາດກ້າວອັນໃຫຍ່ຫຼວງກວ່າເກົ່າ, ຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງດ້ານການສົ່ງເສີມພາສາຕ່າງປະເທດ(ພາສາອັງກິດ)ໃຫ້ແກ່ພະນັກງານ ຄອສພ ແລະ ໃນປີ 2027 ເປັນປີໃຫຍ່ ຄົບຮອບ 75 ປີ ສາຍພົວພັນການທູດລາວ-ອົດສະຕາລີທັງສອງຝ່າຍຈະຕ້ອງໄດ້ຮ່ວມມືກັນສ້າງຂະບວນການໃຫ້ມີຄວາມຫຼາກຫຼາຍໃນການໂຄສະນາເພື່ອສົ່ງເສີມສາຍພົວພັນລະຫວ່າງສອງປະເທດໃຫ້ມີຂະບວນການຟົດຟື້ນ.
ໃນຕອນທ້າຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນຂົງເຂດສື່ມວນຊົນລາວໃຫ້ມີຄວາມເຂັ້ມແຂງ ແລະ ເພິ່ມທະວີສາຍພົວພັນຮ່ວມມືລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວໃນຫຼາຍຂົງເຂດ ແລະ ອວຍພອນໃຫ້ທ່ານທູດ ຈົ່ງສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດອັນມີກຽດຂອງທ່ານ.