ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ
ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊູມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ
@ ຂ່າວ-ພາບ: ກົມອົບຮົມ
ຕອນເຊົ້າ ຂອງວັນທີ 17 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ2 ຂອງຄະນະໂຄສະນາອົບຮົມສູນກາງພັກ; ກົມອົບຮົມ ໄດ້ຈັດຊຸດຝຶກອົບຮົມແນະນໍາການຂຶ້ນມາແກັດ ແລະ ການຈັດໜ້າເອກະສານ ໃຫ້ແກ່ພະນັກງານ, ສະ ມາຊິກພັກ ພາຍໃນກົມອົບຮົມ,ໂດຍການເປັນປະທານ ຂອງສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.
ສະຫາຍ ນ. ກີຄໍາ ແກ່ນມະນີ ຫົວໜ້າພະແນກຝຶກອົບຮົມ ທັງເປັນຄະນະຮັບຜິດຊອບ ໄດ້ຂຶ້ນກ່າວ ຈຸດປະສົງ ຂອງການຈັດຝຶກອົບຮົມໃນຄັ້ງນີ້ວ່າ: ອັນທີໜຶ່ງເປັນການແນະນໍາໃຫ້ພະນັກງານ ພາຍໃນກົມ ໄດ້ຮັບຮູ້, ເຂົ້າໃຈ ການຂຶ້ນມາແກັດ ແລະ ການຈັດໜ້າເອກະສານ ແລະ ອີກອັນທີສອງ ແມ່ນເປັນສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກກົມຮົມ ທີ່ຈະໄຂຂຶ້ນໃນມໍ່ໆນີ້.
ຊຸດຝຶກອົບຮົມໃນຄັ້ງນີ້ ມີສໍາມະນາກອນ ຈໍານວນທັງໝົດ 10 ສະຫາຍ, ຍິງ 4 ສະຫາຍ, ມີຂັ້ນຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການເຂົ້າຮ່ວມ ເຊິ່ງໃນການຝຶກຄັ້ງນີ້ ມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍການໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ໃຈແກ້ວ ກວ້າງເຮືອງຊັບ ວິຊາການຂອງກົມອົບຮົມ ເຊິ່ງເປັນການເພີ່ມຄວາມຮູ້ພື້ນຖານກ່ຽວກັບເຕັກນິກການຂຶ້ນມາແກັດ ແລະ ການຈັດໜ້າເອກະສານເພື່ອເຮັດເປັນປຶ້ມ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານ, ວິຊາການ ນໍາເອົາຄວາມຮູ້-ຄວາມສາມາດ ທີ່ໄດ້ຄົ້ນຄວ້າ, ສຶກສາຮໍ່າຮຽນ ໄປພັດທະນາຕົນເອງ ແລະ ພະແນກການຂອງຕົນ ໃຫ້ມີປະສິດທິພາບສູງຂຶ້ນ.
ໃນຕອນທ້າຍ, ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເນັ້ນໜັກວ່າ: ໂດຍຮຽກຮ້ອງໃຫ້ບັນດາສະຫາຍ ທີ່ຖືກຄັດເລືອກມາຝຶກໃນຄັ້ງນີ້ ໃຫ້ມີຄວາມຕັ້ງໃຈ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ຈົ່ງພ້ອມກັນເກັບກ່ຽວຄວາມຮູ້ຄວາມສາມາດຈາກວິທະຍາກອນ ເພື່ອນໍາເອົາບົດຮຽນດັ່ງກ່າວ ໄປນໍາໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ເກີດຜົນປະໂຫຍດສູງສຸດ.