
ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່.
ໃນຕອນບ່າຍຂອງວັນທີ 24 ຕຸລາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່ຂຶ້ນທີ່ ຫ້ອງປະຊຸມໃຫຍ່; ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະກົມ, ທຽບເທົ່າກົມ ແລະ ຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.
ໃນພິທີສະຫາຍ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ກ່າວຈຸດປະສົງ ແລະ
ຫຼັງຈາກນັ້ນກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມ, ທຽບເທົ່າກົມ ຜູ້ເກົ່າ ແລະ ຜູ້ໃໝ່ ຄື:
- ທ່ານ ນາງ ພວງມະລີ ອັກຄະມູນຕີ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ (ຜູ້ໃໝ່)
- ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ (ຜູ້ໃໝ່)
- ທ່ານ ບົວໄລ ພານຸວົງ ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ນາງ ສິມມະນີ ແກ້ວແກ່ນ ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ
(ຜູ້ໃໝ່)
- ທ່ານ ນາງ ສິມມະນີ ແກ້ວແກ່ນ ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ປອ ວັນລາຕີ ຄໍາວານວົງສາ ກໍາມະການຄະນະພັກ ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ (ຜູ້ໃໝ່)
- ທ່ານ ປອ ວັນລາຕີ ຄໍາວານວົງສາ ກໍາມະການຄະນະພັກ ບກ ໃຫຍ່ ວາລະສານອະລຸນໃໝ່ (ຜູ້ເກົ່າ) ມອບໜ້າທີ່ໃຫ້ ທ່ານ ຫີນເພັດ ໄຊຍະສີພັນດອນ ຮັກສາການ ບັນນາທິການໃຫຍ່ ວາລະສານອະລຸນໃໝ່ (ຜູ້ໃໝ່)

ໃນພິທີທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນຕະຫຼອດໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ເຂົ້າໃຈຢ່າງເລິກເຊິ່ງວ່າຄະນະພັກ ຄອສພ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນກົມ ແມ່ນຄວາມຈຳເປັນຂອງໜ້າທີ່ວຽກງານ, ຄວາມຮຽກຮ້ອງຕ້ອງການສຳລັບພັກ-ລັດເຮົາແນ່ໃສ່ປັບປຸງລະບົບການຈັດຕັ້ງຂອງ ຄອສພ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສອດຄ່ອງກັບລະດັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ ແລະ ປະທານຍັງໄດ້ເນັ້ນໜັກບາງບັນຫາຄື: ໃຫ້ບັນດາສະຫາຍສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງຕໍ່ການສັບຊ້ອນພະນັກງານການນຳກໍເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃຫ້ໄປສູ່ຄຸນນະພາບໃໝ່; ເສີມຂະຫຍາຍມູນເຊື້ອອັນດີງາມໂດຍສະເພາະຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາ ມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກ; ພ້ອມກັນຕັດສິນໃຈແກ້ໄຂບັນຫາທີ່ຍັງອ່ອນ ແລະ ຄົງຄ້າງ ເພື່ອພ້ອມກັນສືບຕໍ່ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ ຂອງຕົນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ປະດິດສ້າງຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານເຂົ້າໃນວຽກງານຕົວຈິງ ແລະ ພ້ອມນັ້ນ ກໍຕ້ອງປັບປຸງເນື້ອໃນ, ຮູບການ, ວິທີການເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສອດຄ່ອງ, ຕິດແທດກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງແຕ່ລະເປົ້າໝາຍ, ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
