
ໃນພາລະກິດປ່ຽນແປງໃໝ່, ພັກເຮົາຍາມໃດກໍຖືເອົາວຽກງານການເມືອງແນວຄິດ-ທິດສະດີ ເປັນກົກ, ເປັນວຽກທີ່ຕ້ອງ ເຮັດດຳເນີນຢ່າງເປັນປົກກະຕິ, ວຽກງານການເມືອງແນວຄິດ ແມ່ນວຽກທີ່ສຳຄັນ, ມັນເປັນເສັ້ນໄໝແດງທີ່ສອດຫ້ອຍໄປໃນທຸກວຽກງານ ຂອງຄະນະພັກທຸກຂັ້ນ. ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ, ໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/ 1920-13/12/2025) ພວກເຮົາໄດ້ຄຳນຶງເຖິງແນວຄິດຊີ້ນຳ ຂອງເພີ່ນ ຕໍ່ກັບວຽກງານໂຄສະນາອົບຮົມ ຂອງພັກ ກໍຄື ວຽກງານການເມືອງ-ແນວຄິດ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າກັບສະພາບຕົວຈິງ ຂອງວຽກງານໂຄສະນາອົບຮົມ.
ປະທານໄກສອນ ພົມວິຫານ ໄດ້ເນັ້ນໜັກບາງບັນຫາ ວ່າ: ວຽກງານແນວຄິດ ແມ່ນວຽກງານທີ່ພົວພົວພັນກັບຄົນ, ແມ່ນວຽກທີ່ເອົາຊະນະຈິດໃຈຄົນ, ດັ່ງນັ້ນ, ວຽກງານການເມືອງ-ແນວຄິດ ຕ້ອງມີລັກສະນະຕົວຈິງ , ພາວະວິໄສ, ມີລັກຊະນະອົບຮົມຊວນເຊື່ອ, ຕ້ອງເຮັດຢ່າງມີຈຸດ, ມີແຕ້ມ ມີການສະຫຼຸບຖອນບົດຮຽນ, ສະດຸ້ງໄວ ແລະ ດັດແປງແກ້ໄຂຢ່າງທັນການ; ຕ້ອງເຊີດຊູລັກສະນະສຶກສາອົບຮົມ, ຕໍ່ສູ້ ແລະ ມະຫາຊົນ; ການເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ຕ້ອງມີຫຼາຍຮູບຫຼາຍສີ, ມີຊີວິດຊີວາ ແລະ ສອດຄ່ອງກັບແຕ່ລະເປົ້າໝາຍ, ໄປພ້ອມກັບການໂຄສະນາສຶກສາອົບຮົມ ໂດຍຜ່ານພາຫະນະສື່ມວນຊົນນັ້ນ, ສິ່ງທີ່ຄວນເອົາໃຈໃສ່ເປັນພິເສດ ໃນການໂຄສະນາສຶກສາອົບຮົມປາກເປົ່າ ແມ່ນການພົບປະສົນທະນາແລກປ່ຽນຄວາມຄິດຄວາມເຫັນ ລະຫວ່າງ ພະນັກງານ, ສະມາຊິກພັກກັບພໍ່ແມ່ພີ່ນ້ອງປະຊາຊົນ.
“ວຽກງານໂຄສະນາມີໜ້າທີ່ເຜີຍແຜ່ລັດທິມາກ-ເລນິນ, ແນວທາງ, ແຜນນະໂຍບາຍ ຂອງພັກຢ່າງກວ້າງຂວາງເລິກເຊິ່ງໃນທົ່ວພັກ, ທົ່ວປວງຊົນ ແນໃສ່ເຮັດໃຫ້ທຸກຄົນຮັບຮູ້ແຈ້ງແນວທາງນະໂຍບາຍ ໂດຍມີບ່ອນອີງຢ່າງວິທະຍາສາດ ເພື່ອມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ພາລະກິດປະຕິວັດ, ມີການກະທຳຕື່ນຕົວ, ຕັ້ງໜ້າ ແລະເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາລັດທິສັງຄົມນິຍົມ ແລະລັດທິຄອມມູນິດນິຍົມ”[1].
ສະນັ້ນ, ໜ້າທີ່ຕົ້ນຕໍຂອງວຽກງານແນວຄິດ ແມ່ນໂຄສະນາສຶກສາອົບຮົມລັດທິມາກ-ເລນິນ ແລະ ແນວທາງນະໂຍບາຍຂອງພັກ ຢ່າງກວ້າງຂວາງ ໃນໝູ່ມະຫາຊົນຜູ້ອອກແຮງງານ, ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະເຂົ້າໃຈຢ່າງຈະແຈ້ງ ດ້ວຍຮູບການ, ວິທີການຈັດຕັ້ງດຳເນີນການໂຄສະນາ, ປາຖະກະຖາ ໂດຍຜ່ານເຄື່ອງມືຕ່າງໆ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນຄົນໃໝ່ ທີ່ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງໃນການອອກແຮງງານ ແລະ ໃນການເຮັດວຽກງານ ແລະ ອື່ນໆ. ວຽກງານແນວຄິດ ບໍ່ແມ່ນຈະຢຸດຢູ່ບ່ອນໂຄສະນາອົບຮົມ ກ່ຽວກັບບັນຫາທິດສະດີແນວທາງລວມເທົ່ານັ້ນ, ແຕ່ຫາກຍັງຕ້ອງເດີນເລິກເຂົ້າສູ່ການໂຄສະນາສຶກສາອົບຮົມກ່ຽວກັບແນວທາງ ທີ່ໄດ້ສະແດງອອກ ໃນພາກຕົວຈິງອີກດ້ວຍ. ອັນນັ້ນ, ແມ່ນບັນດາແບບຢ່າງກ້າວໜ້າ, ວຽກດີຄົນເດັ່ນໃນທຸກຂົງເຂດຂອງຊີວິດສັງ ຄົມ, ສໍາລັບວຽກງານແນວຄິດ ບໍ່ແມ່ນເຮັດເທື່ອໜຶ່ງເທື່ອດຽວກໍຖືວ່າແລ້ວ, ແຕ່ຕ້ອງໄດ້ເຮັດໄປເຮັດມາຫຼາຍໆເທື່ອ. ເຮັດດ້ວຍທຸກຮູບການອັນອຸດົມສົມບູນ ແລະ ມີຊີວິດຊີວາ, ວຽກງານແນວຄິດບໍ່ພຽງແຕ່ເພື່ອຍົກສູງຄວາມຮັບຮູ້ ຫາກຍັງຕ້ອງເຮັດແນວໃດເພື່ອໃຫ້ນັກຮົບຕະລຸມບອນຂຶ້ນແຖວໜ້າ, ໃຫ້ຜູ້ອອກແຮງງານຕະລຸມບອນອອກສູ່ແນວຮົບການຜະລິດ ດ້ວຍຄວາມອົງອາດກ້າຫານ, ມີຫົວຄິດປະດິດສ້າງຄືໃນເວລາຕໍ່ສູ້ຕ້ານໝູ່ມານ ເພື່ອປົດປ່ອຍປະເທດຊາດ.
ເພື່ອເຫັນຢ່າງຈະແຈ້ງ ກ່ຽວກັບທີ່ຕັ້ງອັນສຳຄັນທີ່ສຸດຂອງວຽກງານແນວຄິດດັ່ງກ່າວນັ້ນ, ພວກເຮົາຈົ່ງພ້ອມກັນຫວນເບິ່ງຄືນຂະບວນວິວັດຂອງການປະຕິວັດປະເທດເຮົາ. ໃນສະໄໝເຄື່ອນໄຫວປິດລັບ, ພະນັກງານ, ສະມາຊິກພັກຂອງພວກເຮົາໄດ້ສຸມທຸກກຳລັງແຮງ ແລະການເສຍສະຫຼະ ເພື່ອຫັນລົງສູ່ຮາກຖານນຳພາຖັນແຖວມະຫາຊົນ, ກໍ່ສ້າງກຳລັງປຸກລຸກຂົນຂວາຍຮາກຖານການເມືອງປະຕິວັດ ເຊິ່ງໃນນັ້ນ ວຽກທຳອິດທີ່ພວກເຮົາຕ້ອງເຮັດແມ່ນວຽກໂຄສະນາສຶກສາອົບຮົມກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ ເພື່ອຊີ້ໃຫ້ເຫັນແຈ້ງວ່າສັດຕູຂອງພວກເຮົາແມ່ນຈັກກະພັດຜູ້ຮຸກຮານ, ພວກລູກແຫຼ່ງຕີນມືຂາຍຊາດ, ພວກເຮົາຈຶ່ງເຕົ້າໂຮມຄວາມສາມັກຄີບັນດາເຜົ່າ ແລະ ທຸກກໍາລັງຮັກຊາດອື່ນໆ ຂົນຂວາຍຈັດຕັ້ງມະຫາຊົນລຸກຂຶ້ນເຮັດການປະຕິວັດ. ຈາກນັ້ນ, ພວກເຮົາຈຶ່ງສາມາດສ້າງຮາກຖານປະຕິວັດຂຶ້ນ ແລະ ປຸກລະດົມໃຫ້ກາຍເປັນກຳລັງປະຕິວັດຢູ່ທຸກຂັ້ນ. ເມື່ອປະເທດຊາດກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່; ບັນດາ ຜົນງານ ແລະໄຊຊະນະ ທີ່ຍາດມາໄດ້ໃນໄລຍະຜ່ານມານັ້ນ ກໍມີການປະກອບສ່ວນຂອງວຽກງານແນວຄິດທີ່ເປັນພື້ນຖານໃນການຈັດຕັ້ງນຳພາ, ການປຸກລຸກຂົນຂວາຍມະຫາຊົນເຂົ້າຮ່ວມໃນຂະບວນການປະຕິວັດ ຈົນສາມາດຍາດໄດ້ໄຊຊະນະເປັນກ້າວໆມາ.
ປະທານ ໄກສອນ ພົມວິຫານ ຍັງເນັ້ນໜັກຕືມວ່າ: ໃນຕໍ່ໜ້າຕ້ອງສືບຕໍ່ໂຄສະນາສຶກສາອົບຮົມ ເຮັດໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າເຊື່ອມຊຶມບັນດາມະຕິຂອງກອງປະຊຸມໃຫຍ່ຂອງພັກ; ຮູ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ໂຄສະນາສຶກສາອົບຮົມມະຕິກອງປະຊຸມໃຫຍ່ ກັບບັນດາມະຕິຕ່າງໆຂອງສູນກາງ, ກົມການເມືອງ ແລະ ບັນດາແຜນນະໂຍບາຍຂອງລັດ; ຮູ້ສົມທົບ ລະຫວ່າງ ການໂຄສະນາສຶກສາອົບຮົມແນວທາງແຜນນະໂຍບາຍ ກັບການສະແດງອອກໃນພຶດຕິກຳຕົວຈິງອັນມີຊີວິດຊີວາ, ນັ້ນແມ່ນແບບຢ່າງກ້າວໜ້າ, ວຽກດີຄົນເດັ່ນທີ່ເກີດຂຶ້ນໃນຂະບວນການປະຕິວັດຂອງມະຫາຊົນ; ການໂຄສະ ນາສຶກສາອົບຮົມ ຕ້ອງໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ, ຕ້ອງເຮັດໄປມາຫຼາຍເທື່ອ ແລະ ພິເສດແມ່ນຕ້ອງໃຫ້ເຖິງຮາກຖານຊົນນະບົດ, ໂຮງຈັກໂຮງງານໂດຍໄວ, ຕ້ອງໃຊ້ໝົດທຸກພາຫະນະໂຄສະນາສຶກສາອົບຮົມ ເຊັ່ນ: ໜັງສືພິມ, ວິທະຍຸ, ຂ່າວສານ, ສິນລະປະວັນນະຄະດີ, ໂຮງຮຽນ, ຊຸດຮຽນ, ວຽກງານໂຄສະນາປາກເປົ່າ ແລະ ຕ້ອງສຸມໃສ່ໜ້າທີ່ໃຈກາງໃນແຕ່ລະໄລຍະ; ເປີດກວ້າງການກໍ່ສ້າງ ແລະ ບຳລຸງພະນັກງານແຕ່ສູນກາງລົງຮອດຮາກຖານ, ເອົາໃຈໃສ່ເປັນພິເສດຕໍ່ຖັນແຖວພະນັກງານຫຼັກແຫຼ່ງຢູ່ຮາກຖານ ແລະ ພະນັກງານ ນໍາພາຂັ້ນເມືອງ. ບູລະນະໂຮງຮຽນພັກສູນກາງ, ໂຮງຮຽນທິດສະດີຂອງແຂວງ, ຊຸກຍູ້ການກໍ່ສ້າງ ແລະ ບຳລຸງພະນັກງານຫຼັກແຫຼ່ງຂອງພັກ-ລັດ ແລະ ຂອງອົງການຈັດຕັ້ງມະຫາຊົນນັບແຕ່ສູນກາງລົງຮອດຮາກຖານ; ປັບປຸງຫຼັກສູດການຮຽນຕາມທິດມີຜົນຕົວຈິງ, ທັງຍົກສູງລະດັບທິດສະດີ, ລະດັບໃນການກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ທັງຍົກສູງຄວາມສາມາດໃນການນໍາພາ, ຄວາມສາມາດເຮັດວຽກງານຕ່າງໆ ທັງມີຄວາມຮູ້ ແລະ ທັງມີຄຸນສົມບັດດີ.
“ການເຮັດວຽກງານການເມືອງ-ແນວຄິດ ຕ້ອງຕິດພັນກັບການນຳໃຊ້ພາຫະນະ, ເຄື່ອງມື ແລະກຳລັງຄົນຢ່າງມີປະສິດທິພາບ. ສີ່ງສຳຄັນໃນທີ່ນີ້ແມ່ນຕ້ອງຊີ້ນຳ-ນຳພາການ ເຄື່ອນໄຫວ ຂອງອົງການທີ່ເປັນກະບອກສຽງພັກ ແລະລັດຖະ ບານເຊັ່ນ: ໜັງສືພິມ, ວິທະຍຸ, ໂທລະພາບ…ເຮັດໃຫ້ພາຫະນະສື່ມວນຊົນເຫລົ່ານີ້ເປັນເຄື່ອງມືອັນແຫຼມຄົມ ໝາຍຄວາມວ່າ: ຕ້ອງມີເນື້ອໃນທາງດ້ານການເມືອງ-ແນວຄິດ ແລະທິດສະດີອັນເລິກເຊິ່ງ, ທັງລັກສະນະຕໍ່ສູ້, ທັງລັກສະນະປະຊາຊົນ, ຕ້ອງມີການໃຫ້ຂ່າວຢ່າງກວ້າງຂວາງ, ຄົບຖ້ວນ ແລະແທດຕົວຈິງ, ຕ້ອງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການ ຂອງສະພາບການໃນແຕ່ລະໄລຍະ, ວ່ອງໄວ, ທັນການ ແລະຊັດເຈນ, ຈະແຈ້ງ, ເຂົ້າໃຈງ່າຍ ແລະມີຫຼາຍຮູບຫລາຍສີ”[2].
ບົນພື້ນຖານນັ້ນ, ໃນເງື່ອນໄຂໃໝ່ເພື່ອຮັບປະກັນເຮັດໃຫ້ວຽກງານໂຄສະນາອົບຮົມ ຂອງພັກ ໄດ້ມີປະສິດ ທິພາບ; ບັນຫາສຳຄັນກ່ອນອື່ນໝົດແມ່ນການສຸມໃສ່ຈັດຕັ້ງດຳເນີນໂດຍຕິດພັນກັບການຍົກສູງຄຸນນະພາບວຽກງານກໍ່ສ້າງ ແລະ ບຳລຸງພະນັກງານ ເພາະວ່າ ວຽກງານດັ່ງກ່າວແມ່ນມີລັກສະນະຕັດສິນການປະຕິບັດມະຕິຕ່າງໆຂອງພັກ ແລະ ການບູລະນະລະບອບປະຊາທິປະໄຕປະຊາຊົນກໍ່ສ້າງພັກໃຫ້ເຂັ້ມແຂງ, ເຊິ່ງໃນນັ້ນຄະນະຈັດຕັ້ງສູນກາງ, ຄະນະໂຄສະນາອົບຮົມສູນກາງ, ໂຮງຮຽນພັກສູນກາງ ຕ້ອງປະສານສົມທົບກັນສ້າງແຜນກຳນົດ ແລະ ຂຶ້ນແຜນການກໍ່ສ້າງ ແລະ ບຳລຸງພະນັກງານ ເພື່ອສະເໜີຜ່ານຕໍ່ຄະນະເລຂາທິການສູນກາງ; ໂຮງຮຽນພັກສູນກາງ, ຄະນະໂຄສະນາອົບຮົມສູນກາງເປັນຜູ້ກຽມຫຼັກສູດການສອນ, ແຕ່ງເອກະສານ ແລະ ມີແຜນການເປີດຊຸດຮຽນ. ສຳລັບຄະນະໂຄສະນາອົບຮົມສູນກາງ ຍັງມີຄວາມຮັບຜິດຊອບຊ່ວຍສູນກາງຊີ້ນໍາເນື້ອໃນຂອງຫຼັກສູດ, ແຜນການເປີດຊຸດຮຽນຂອງໂຮງຮຽນທິດສະດີຂອງແຂວງ, ເມືອງ ແລະການສຶກສາອົບຮົມສະມາຊິກພັກຢູ່ຮາກຖານ, ຊີ້ນໍາການຮໍ່າຮຽນທິດສະດີການເມືອງ ຢູ່ໂຮງຮຽນມະຫາວິທະຍາໄລ, ອະຊີວະສຶກສາຊັ້ນກາງ ແລະໂຮງຮຽນຂະແໜງການຕ່າງໆ, ຊີ້ນໍາການຮໍ່າຮຽນກັບທີ່ຂອງພະນັກງານທັງພາຍໃນ ແລະ ພາຍນອກ.
ຕິດພັນກັບວຽກງານທີ່ກ່າວມານັ້ນ, ວຽກງານສຶກສາອົບຮົມສະມາຊິກພັກ, ເປົ້າໝາຍຂະຫຍາຍເຂົ້າພັກ ຕ້ອງໄດ້ຮັບການເອົາໃຈໃສ່ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ແກ່ການກໍ່ສ້າງເປົ້າໝາຍຂະຫຍາຍເຂົ້າພັກໄດ້ມີຄຸນນະພາບ. ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງກວດກາເອກະສານອົບຮົມຄືນໃໝ່ ເຮັດແນວໃດໃຫ້ກະທັດຮັດເບົາບາງ, ມີຜົນຕົວຈິງ, ສອດຄ່ອງກັບລະດັບ ແລະ ແນະນໍາໃຫ້ບັນດາແຂວງ, ເມືອງ, ຮາກຖານຕ່າງໆ ດຳເນີນການຮຽນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ສົມທົບກັບຄະນະຈັດຕັ້ງສູນກາງພັກ ຄົ້ນຄວ້າດັດແປງການດຳເນີນຊີວິດ ຂອງການຈັດຕັ້ງພັກຢູ່ຮາກຖານ ເຮັດແນວໃດຈຶ່ງໃຫ້ກາຍ ເປັນຮູບການສຶກສາອົບຮົມສະມາຊິກພັກເປັນປະຈຳ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງບູລະນະລະບົບໂຄສະນາອົບຮົມ ແຕ່ສູນກາງລົງຮອດຮາກຖານ, ນັບທັງການອົບຮົມຂອງຄະນະພັກ ແລະ ການອົບຮົມຂອງຂະແໜງການ, ອົງການຈັດຕັ້ງມະຫາຊົນ ໃຫ້ກາຍເປັນເສນາທິການທີ່ເອົາການເອົາງານຂອງພັກ-ລັດ ໃນວຽກງານການເມືອງ-ແນວຄິດ ກາຍເປັນຂະແໜງການທີ່ມີການຊີ້ນຳຢ່າງເປັນເອກະພາບແຕ່ເທິງລົງລຸ່ມ, ແຕ່ໃນອອກນອກ. ພ້ອມກັນນັ້ນ ຕ້ອງປັບປຸງ ແລະ ເພີ່ມທະວີພາຫະນະສື່ມວນຊົນ, ໜັງສືພິມ, ວິທະຍຸ, ຂ່າວສານ ຢູ່ສູນກາງ ແລະ ຢູ່ທ້ອງຖິ່ນ, ທັງເອົາໃຈໃສ່ຍົກສູງຄຸນນະພາບ, ທັງເຮັດໃຫ້ກະບອກສຽງຂອງພັກ-ລັດລົງຮອດປະຊາຊົນຢ່າງວ່ອງໄວເທົ່າທີ່ຈະໄວໄດ້; ຕ້ອງກໍ່ສ້າງ ແລະ ບຳລຸງຖັນແຖວພະນັກງານທີ່ເຮັດວຽກງານແນວຄິດ. ໃນສະເພາະໜ້ານີ້ ແມ່ນເອົາການບຳລຸງແນວທາງ ແລະ ວິຊາສະເພາະ ເປັນຕົ້ນຕໍ, ກ້າວໄປເຖິງການເປີດຊຸດກໍ່ສ້າງຍາວນານຢູ່ພາຍໃນປະເທດ, ເປົ້າໝາຍທີ່ຈະມາຮຽນ ແມ່ນພະນັກງານໂຄສະນາ, ນັກປາຖະກະຖາ, ພະນັກງານຄົ້ນຄວ້າ, ຄູສອນ, ບັນນາທິການໜັງສືພິມ ແລະ ພະນັກງານອົບຮົມຂັ້ນຕ່າງໆ, ຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ; ສືບຕໍ່ສຶກສາອົບຮົມກ່ຽວກັບການເພີ່ມທະວີຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ແລະ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ອື່ນໆ ຕ້ອງເຮັດໃຫ້ປະຊາຊົນເຮົາເຂົ້າໃຈປະເທດອ້າຍນ້ອງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ແນະນໍາຜົນສຳເລັດຂອງການປະຕິວັດຂອງປະເທດເຮົາໃຫ້ຕ່າງປະເທດຮັບຮູ້. ຕ້ອງເຜີຍແຜ່ກົນອຸບາຍເລ່ລ່ຽມ ຂອງພວກຈັກກະພັດຕ່າງດ້າວ ແລະ ອິດທິກຳລັງປະຕິການອື່ນໆຢ່າງທັນການ, ທັບມ້າງກົນອຸບາຍ ແລະ ການເຄື່ອນໄຫວມ້າງເພຂອງພວກເຂົາ, ຍາດແຍ່ງການເປັນໃຈສະໜັບສະໜູນຂອງປະຊາຊົນໃນໂລກ ຕໍ່ພາລະກິດປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມນິຍົມຂອງປະຊາຊົນເຮົາ.
ປະທານໄກສອນ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດເຊິ່ງໄດ້ເວົ້າວ່າ: “ວຽກງານການເມືອງ-ແນວຄິດແມ່ນວຽກງານທີ່ພົວພັນກັບຄົນ, ແມ່ນວຽກເພື່ອເອົາຊະນະຈິດໃຈຄົນ, ດັ່ງນັ້ນ ວຽກງານການເມືອງ-ແນວຄິດຕ້ອງຕົວຈິງ, ພາວະວິໄສ, ມີລັກສະນະອົບຮົມຊວນເຊື່ອ, ຕ້ອງເຮັດຢ່າງມີຈຸດມີແຕ້ມ, ມີການສະຫຼຸບຖອດຖອນບົດຮຽນ, ສະດຸ້ງໄວ ແລະດັດແປງແກ້ໄຂຢ່າງທັນການ”[3]. ສະນັ້ນ, ໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ປີ 2022 ໄດ້ຍົກໃຫ້ເຫັນທິດທາງການນຳໃຊ້ຮູບການ ແລະວິທີການໃນການໂຄສະນາອົບຮົມ ວ່າ: “ໃນການເຮັດວຽກງານການເມືອງ-ແນວຄິດຕ້ອງນຳໃຊ້ຫຼາຍຮູບການ, ຫຼາຍວິທີການ, ນັບທັງອັນທີ່ເປັນມູນເຊື້ອໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງແຕ່ລະເປົ້າໝາຍ; ນຳໃຊ້ວິທີການໂຄສະນາເຜີຍແຜ່ວຽກງານການເມືອງ-ແນວຄິດດ້ວຍລະບົບໂຄສະນາປາກເປົ່າ, ການປຸກລະດົມ, ສື່ມວນຊົນ, ສື່ສິ່ງພິມ ແລະສື່ເອເລັກໂຕຼນິກໃຫ້ມີຫຼາຍຮູບຫຼາຍສີ”[4].
ດັ່ງນັ້ນ, ຄະນະພັກຂັ້ນຕ່າງໆຕ້ອງເອົາໃຈໃສ່ເຮັດວຽກງານແນວຄິດຢ່າງເປັນປະຈຳ, ກຳມະການໃນຄະນະພັກ ເປັນຕົ້ນແມ່ນເລຂາ, ຫົວໜ້າ ຕ້ອງຖືເອົາວຽກງານແນວຄິດເປັນໜ້າທີ່ອັນດັບໜຶ່ງຂອງຕົນ, ຄະນະພັກແຕ່ລະຂັ້ນ, ແຕ່ລະຄະແໜງການຕ້ອງອີງໃສ່ແນວທາງແຜນນະໂຍບາຍລວມຂອງພັກ, ຂອງລັດ ແລະ ຂອງຄະນະພັກຂັ້ນຂອງຕົນ ເພື່ອວາງໂຄງການວຽກງານນັ້ນ ໃຫ້ຖືກຕ້ອງຕາມຄວາມເປັນຈິງ. ພ້ອມກັນນັ້ນ ຕ້ອງສຶກສາອົບຮົມ, ປຸກລະດົມມະຫາ ຊົນໃຫ້ມີຄວາມຫ້າວຫັນແຂ່ງຂັນກັນປະຕິບັດໜ້າທີ່ການເມືອງຕົວຈິງ ເພື່ອເປັນເສນາທິການໃຫ້ຄະນະພັກ, ຂະ ແໜງການຕ່າງໆຕ້ອງເອົາໃຈໃສ່ປັບປຸງບູລະນະພາກສ່ວນໂຄສະນາອົບຮົມຂອງຕົນ ແລະ ມີການແນະນໍາກວດກາການການເຄື່ອນໄຫວຂອງພາກສ່ວນນີ້ ເຮັດແນວໃດຈິ່ງຈະສ້າງຄະນະໂຄສະນາອົບຮົມໃຫ້ເປັນພາກ ສ່ວນເສນາທິການ ກ່ຽວກັບວຽກງານແນວຄິດ-ການເມືອງໃຫ້ຄະນະພັກ ແລະ ຂະແໜງການຕ່າງໆ ຢ່າງແທ້ຈິງ. ພວກເຮົາຈຳຕ້ອງແກ້ໄຂ 2 ທ່າອ່ຽງດັ່ງນີ້ໃຫ້ໄດ້: ທ່າອ່ຽງຄະນະພັກປ່ອຍປະ ວຽກງານແນວຄິດໃຫ້ຄະ ນະໂຄສະນາອົບຮົມ ແລະ ພະນັກງານໂຄສະນາແຕ່ຜູ້ດຽວ, ທ່າອຽງໜຶ່ງອີກ ແມ່ນຖືເບົາຄະນະໂຄສະນາອົບຮົມບໍ່ປັບປຸງບູລະນະ ແລະ ບໍ່ນໍາໃຊ້ໃຫ້ຖືກກັບພາລະບົດບາດຂອງເຂົາເຈົ້າ. ທັງ 2 ທ່າອ່ຽງນັ້ນລ້ວນແຕ່ບໍ່ຖືກ ແລະ ຈຳຕ້ອງແກ້ໄຂໃຫ້ໄດ້. ພ້ອມທັງປະກອບພາຫະນະ, ວັດຖຸອັນຈຳເປັນໃຫ້ ບັນດາເຫຼົ່າລົບ ເຮັດວຽກງານແນວຄິດນີ້ ໃຫ້ເໝາະສົມ.
ຄຽງຄູ່ກັບການນຳພາຂອງຄະນະພັກນັ້ນ, ຄຸນນະພາບຂອງວຽກງານແນວຄິດ ສ່ວນໜຶ່ງທີ່ສຳຄັນແມ່ນຂຶ້ນກັບການເຄື່ອນໄຫວຂອງບັນດາອົງການ ທີ່ຮັບຜິດຊອບວຽກງານແນວຄິດ ແລະ ຖັນແຖວພະນັກງານທີ່ເຮັດວຽກນີ້ໂດຍສະເພາະ, ຜູ້ທີ່ເຮັດວຽກງານແນວຄິດ ແມ່ນມີກຽດທີ່ໄດ້ເປັນນັກຮົບໂຄສະນາອົບຮົມລັດທິມາກ-ເລນິນ ແລະ ແນວທາງແຜນນະໂຍບາຍຂອງພັກ. ພ້ອມກັນນັ້ນ, ຍັງເປັນນັກຮົບເວນຍາມປ້ອງກັນທັດສະນະແນວທາງຂອງພັກ. ດັ່ງນັ້ນ, ຮຽກຮ້ອງໃຫ້ພວກເຮົາຕ້ອງເຝິກຝົນຫຼໍ່ຫຼອມຄຸນສົມບັດ ແລະ ຍົກສູງຄວາມສາມາດ ເພື່ອໃຫ້ສົມເປັນນັກຮົບໃນແນວຮົບແຖວໜ້ານີ້ຢ່າງແທ້ຈິງ, ຜູ້ທີ່ເຮັດວຽກງານແນວຄິດ ຕ້ອງຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ຍົກລະດັບທິດສະດີມາກ-ເລນິນໃຫ້ສູງ, ກໍາແໜ້ນແນວທາງນະໂຍບາຍຂອງພັກຢ່າງມີພື້ນຖານທິດສະດີ, ຮັບປະກັນການເຜີຍແຜ່ແນວທາງ, ທັດສະນະຂອງພັກຢ່າງຊັດເຈນ, ຕໍ່ສູ້ຢ່າງບໍ່ປານີປະ ນອມກັບທັດສະນະແນວຄິດທີ່ຝືນກັບແນວທາງຂອງພັກ. ນັ້ນເປັນຄຸນສົມບັດທີ່ສຳຄັນອັນດັບໜຶ່ງ ຂອງພະນັກ ງານທີ່ເຮັດວຽກງານແນວຄິດ. ນອກຈາກນັ້ນ, ໃນແບບແຜນດຳລົງຊີວິດຕ້ອງເປັນຜູ້ດຸໝັ່ນ, ພາກພຽນ ແລະ ປອດໃສ. ກ່ຽວກັບແບບແຜນວິທີເຮັດວຽກ: ຕ້ອງຕິດແທດກັບມະຫາຊົນ, ກິ້ງເກືອກລີເລືອນຳມະຫາຊົນ ເພື່ອເຂົ້າໃຈຄວາມນຶກຄິດຈິດໃຈ, ຄວາມມຸ່ງມາດປາຖະໜາຂອງເຂົາເຈົ້າ, ຕ້ອງຕິດແທດກັບຊີວິດຕົວຈິງທີ່ມີ ຊີວິດຊີວາ. ເພາະວ່າອັນນັ້ນ, ເປັນສະໜາມຮົບຂອງວຽກງານແນວຄິດ ເພື່ອຍົກລະດັບຄວາມສາມາດ ໃຫ້ສູງຂຶ້ນ, ພະນັກງານໂຄສະນາອົບຮົມ ນອກຈາກການຍົກລະດັບທາງດ້ານທິດສະດີມາກ-ເລນິນ, ແນວທາງແຜນນະໂຍ ບາຍຂອງພັກແລ້ວ ຍັງຈະຕ້ອງຍົກລະດັບວັດທະນະທຳ, ລະດັບວິຊາສະເພາະ ໃຫ້ສູງຂຶ້ນອີກດ້ວຍ.
ເວົ້າລວມແລ້ວ, ວຽກງານໂຄສະນາອົບຮົມ ຂອງພັກແມ່ນບັນດາວຽກຮັບໃຊ້ໜ້າທີ່ການເມືອງ ຂອງພັກ; ລວມມີວຽກງານສຶກສາອົບຮົມລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອການນຳພາ-ຊີ້ນຳ ຂອງພັກ; ແມ່ນວຽກງານເຜີຍແຜ່ປົກປ້ອງແນວທາງ; ວຽກງານເນື້ອໃນອົບຮົມ; ວຽກງານທີ່ນຳໃຊ້ພາຫະນະ, ຮູບການ ແລະວິທີການເຂົ້າໃນການໂຄສະນາອົບຮົມແນວທາງແຜນນະໂຍບາຍ ແລະອຸດົມການ ຂອງພັກ. ແນໃສ່ຮັກສາຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ ຕາມອຸດົມການສັງຄົມນິຍົມຢ່າງໜັກແໜ້ນ.
[1] ໄກສອນ ພົມວິຫານ, ບົດໂອ້ລົມຕໍ່ຄະນະອົບຮົມສູນກາງ, ໂຮງຮຽນທິດສະດີສູນກາງພັກ, ຄະນະກຳມະ ການໜັງສືພິມ-ຂ່າວສານ, ວິທະຍຸ, ໂທລະພາບ, ປີ 1982, ໜ້ທີ 8.
[2] ໄກສອນ ພົມວິຫານ ນິພົນເລືອກເຟັ້ນ ເຫຼີ້ມ 4, ຄະນະໂຄສະນາອົບຮົມສູນກາງພັກ, ປີ 2005, ໜ້າທີ 510-511.
[3] ໄກສອນ ພົມວິຫານ ນິພົນເລືອກເຟັ້ນ ເຫຼີ້ມ 4, ຄະນະໂຄສະນາອົບຮົມສູນກາງພັກ, ປີ 2005, ໜ້າທີ 401.
[4] ຄະນະໂຄສະນາອົບຮົມສູນກາງພັກ, ເອກະສານກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ປີ 2022, ໜ້າທີ 48.
