

ໃນຕອນເຊົ້າ ວັນທີ 25 ພະຈິກ 2025 ນີ້, ທ່ານ ພູວົງ ກິດຕະວົງ ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດຂຶ້ນບັນຍາຍເອກະສານ ໃນບັ້ນຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈໍານວນ 2 ຫົວຂໍ້ ຄື: ແນວທາງເສດຖະກິດຂອງພັກ ແລະ ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງເເວດລ້ອມ ເຊິ່ງທ່ານໄດ້ຍົກໃຫ້ເຫັນທັດສະນະພື້ນຖານຂອງພັກ ຕໍ່ແນວທາງເສດຖະກິດ, ທິດນໍາຂອງພັກ ກ່ຽວກັບການພັດທະນາເສດຖະກິດ ແລະ ຄວາມສໍາຄັນ, ຄວາມຈໍາເປັນ, ໜ້າທີ່ ແລະ ວຽກງານຈຸດສຸມ ໃນການພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງໄດ້ເຮັດໃຫ້ສໍາມະນາເຂົ້າຮ່ວມຊຸດຝຶກອົບຮົມດັ່ງກ່າວມີຄວາມຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນແນວທາງເສດຖະກິດຂອງພັກ ໂດຍສະເພາະ ແມ່ນເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ເສດຖະກິດຕະຫຼາດ ທີ່ມີການນໍາພາຂອງພັກ, ຄວາມຈໍາເປັນໃນການພັດທະນາເສດຖະກິດ ຕິດພັນກັບວັດທະນະທໍາ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ໄດ້ເປັນຢ່າງດີ. ໃນຕອນທ້າຍ, ຍັງມີການສົນທະນາເເລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງວິທະຍາກອນກັບສໍາມະນາກອນ ເຮັດໃຫ້ບັນຍາກາດການຝຶກອົບຮົມມີຄວາມຟົດຟື້ນ ແລະ ເນື້ອໃນເອກະສານມີຄວາມອຸດົມສົມບູນ ສອດຄ່ອງກັບຕົວຈິງຕື່ມ.
(ພາບ-ຂ່າວ: ທອງໄຊ ຈັນທະຄໍາ)
