ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກກົມກວດກາ ເປີດຂຶ້ນ ແລະ ປິດລົງໃນວັນທີ 12 ທັນວາ 2025

ທີ່ຫ້ອງປະຊຸມຊັ້ນ2 ຄອສພ, ໂດຍການເປັນປະທານ ຂອງສະຫາຍ ສະຫວ່າງ ດາລາແສນ ເລຂາໜ່ວຍພັກ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເຂົ້າຮ່ວມສະມາຊິກພາຍໃນກົມ ແລະ ຕາງໜ້າໜ່ວຍພັກອອ້ມຂ້າງ ທີ່ຂື້ນກັບ ຄອສພ.
ສະມາຊິກພັກກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ມີສະມາຊິກພັກ ທັງໝົດ 9 ສະຫາຍ ຍິງ 6 ສະຫາຍ. ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອມາປະຕິບັດໜ້າທີ່ ໃນແຕ່ລະໄລຍະ ກອງປະຊຸມໄດ້ເລືອກເອົາຄະນະໜ່ວຍພັກ 3 ສະຫາຍ ດັ່ງນີ້:
1. ສະຫາຍ ສະຫວ່າງ ດາລາແສນ
2. ສະຫາຍ ຫຼ້າຊ້ອຍ ກອງແກ້ວມະນີວົງ
3. ສະຫາຍ ບຸນຊູ ວື່

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບເລືອກເອົາ,ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ປະທານກວດກາພັກດັ່ງນີ້:
1. ສະຫາຍ ສະຫວ່າງ ດາລາແສນ ເປັນເລຂາໜ່ວຍພັກ
2. ສະຫາຍ ຫຼ້າຊ້ອຍ ກອງແກ້ວມະນີວົງ ເປັນຮອງເລຂາໜ່ວຍພັກ.
3. ສະຫາຍ ບຸນຊູ ວື່ ເປັນປະທານກວດກາໜ່ວຍພັກ.
ສ່ວນ ສະຫາຍ ອຸໄທ ສີຈັນທອງທິບ ເປັນຜູ້ຊ່ວຍວຽກງານກວດກາໜ່ວຍພັກກົມ.



