ກົມຂໍ້ມູນຂ່າວສານ ປືກສາຫາລືວຽກທີ່ຕ້ອງຫັນເປັນທັນສະໄໝໃນຕໍ່ໜ້າ 

ໃນວັນທີ່ 19 ທັນວາ ນີ້ ທີ່ຫ້ອງປະຊຸມ ຄອສພ ຊັ້ນ 4 ກົມຂໍ້ມູນຂ່າວສານ ຮ່ວມກັບບໍລິສັດສີສັນເທັກໂນໂລຊີ ຈຳກັດ ໄດ້ປຶກສາຫາລືວຽກທີ່ຕ້ອງຫັນເປັນທັນສະໄໝໃນຕໍ່ໜ້າ ເປັນກຽດເຂົ້າຮ່ວມມີ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ (ຄອສພ), ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອຳນວຍການບໍລິສັດ  ພ້ອມດ້ວຍທີມງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມປະສົງ ພົງປະເສີດ ໄດ້ກ່າວຈຸດປະສົງ ເພື່ອຍົກລະດັບວຽກງານວິຊາການ ຂອງໂຄສະນາອົບຮົມສູນກາງພັກ, ຮອງຮັບໄດ້ຕໍ່ວຽກຂໍ້ມູນຂ່າວສານ ໃຫ້ເປັນສູນກາງວຽກງານດັ່ງກ່າວ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ອານາຄົດ, ພ້ອມເປັນການຕິດຕາມ, ຄຸ້ມຄອງອຳນວຍຄວາມສະດວກ ໃນຂົງເຂດການພັດທະນາວຽກງານດັ່ງກ່າວ ໃຫ້ມີຄວາມທັນສະໄໝ, ແທດເໝາະ, ວ່ອງໄວດ້ານເວລາ, ປອດໄພ, ປະຢັດງົບປະມານ, ເປັນສູນກາງແບບທັນສະໄໝ ໃນການສັງລວມ, ສະຫຼຸບ ແລະ ສາມາດກວດສອບໄດ້ ແບບທັນສະໄໝກວ່າເກົ່າ.