
ພາຍຫຼັງໄດ້ດຳເນີນການຝຶກອົບຮົມມາເປັນເວລາ 2 ວັນເຄິ່ງ ເລີມແຕ່ວັນທີ່ 29-31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງວ່າການແຂວງບໍລິຄຳໄຊ ກໍ່ໄດ້ມີພິທິປິດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງຈາກພະແນກການຕ່າງໆ ອ້ອມຂ້າງແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງ 7 ເມືອງ ໂດຍພາຍໃຕ້ການເປັນປະທານໃນພິທີປິດ ຂອງທ່ານ ເລືອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກ ງານພັກ-ພະນັກງານ; ມີທ່ານ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ສີຫອມ ສອນມະນີ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ນັກສໍາມະກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີປິດທ່ານ ນາງ ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຕາງໜ້າຄະນະຮັບຜິດຊອນຝຶກອົບຮົມ ຂຶ້ນຜ່ານບົດສະຫຼຸບຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໂດຍໄດ້ຕີລາຄາ ວ່າ: ຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃນທົ່ວແຂວງບໍລິຄຳໄຊ ຄັ້ງນີ້ ມີຜູ້ເຂົ້າຮ່ວມ ທັງໝົດ 40 ສະຫາຍ, ຍິງ 17 ສະຫາຍ, ເຊິ່ງຕະຫຼອດໄລຍະຂອງການດຳເນີນການຝຶກອົບຮົມ ບັນນັກວິທະຍາກອນໄດ້ເປັນເຈົ້າການບັນລະຍາຍເອກະສານທີ່ເປັນທິດສະດີສົມທົບກັບການຍົກພຶດຕິກຳ ພ້ອມທັງແລກປ່ຽນຄຳຄິດຄຳເຫັນກັບນັກສຳມະນາກອນດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ. ພ້ອມກັນນັ້ນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ຍັງໄດ້ຈັດຕັ້ງນັກສຳມະນາກອນເປັນ 5 ໜ່ວຍ ເພື່ອຄົ້ນຄວ້າ ແລະ ຂຶ້ນທົດລອງປະຖະກະຖາຕົວຈິງຕາມຫົວຂໍ້ວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງທ່ານຜູ້ນຳ ທີ່ຄະນະຮັບຜິດມອບໝາຍໃຫ້. ຫຼັງຈາກທີ່ມີການຂຶ້ນທົດລອງປະຖະກະຖາຕົວຈິງແລ້ວ ບັນດານັກວິທະຍາກອນ ແລະ ນັກສຳມະນາກອນ ກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃຫ້ແກ່ກັນ ແລະ ກັນ ເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້-ເຂົ້າໃຈກ່ຽວກັບຄວາມໝາຍສຳຄັນ, ຄວາມຮຽກຮ້ອງຕ້ອງການ, ບົດຮຽນໃນການເຄື່ອນໄຫວໂຄສະນາ-ປາຖະກະຖາ ດີພໍສົມຄວນ, ສາມາດຕີລາຄາໄດ້ 95% ແລະ ມີຜູ້ທີ່ໄດ້ຮັບໃບຢັ້ງຢືນ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຕົວຈິງ ຈຳນວນ 40 ສະຫາຍ, ຍິງ 17 ສະຫາຍ.
ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວນັ້ນ, ທ່ານ ເລືອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ ຍັງໄດ້ໃຫ້ກຽດມອບໃບຢັ້ງຢືນ, ໂອ້ລົມຕໍ່ນັກສຳມະນາກອນ ຈົ່ງນຳເອົາບົດຮຽນ, ຄວາມຮູ້ໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ປະຊາຊົນບັນດາເຜົ່າຢູ່ທ້ອງຖີ່ນຮາກຖານໄດ້ຮັບຮູ້, ເຂົ້າໃຈແນວທາງນະໂຍບາຍ ຂອງພັກ-ລັດ ແລະ ມີສະຕິຕື່ນຕົວ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ວາງອອກແຕ່ລະໄລຍະ ໃຫ້ມີຜົນສໍາເລັດຕົວຈິງ. ໃນວາລະທ້າຍທ່ານກໍ່ຍັງໃຫ້ກຽດກ່າວປິດຊຸດຝຶກອົບຮົມ ຢ່າງເປັນທາງການ.
ຂ່າວ: ຈິນດາວັນ ອິນສົມເພຍ
