ໃນຕອນບ່າຍຂອງວັນທີ 22 ມັງກອນ 2026 ຄະນະບໍລິຫານງານຊາວຫນຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ສະໄໝທີ IX ແລະ ປະກາດກົງຈັກການຈັດຕັ້ງຂອງຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະ ນາອົບຮົມສູນກາງພັກ ສະໄໝທີ V
ໂດຍການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ກໍາມະການຄະນະພັກ ຮອງຫົວຫນ້າໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ,

ເຂົ້າຮ່ວມມີ: ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າອົງການຈັດຕັ້ງມະຫາຊົນແມ່ຍິງ, ກໍາມະບານ ແລະ ບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍເລຂາຄະນະຊາວໜຸ່ມຮາກຖານ, ບັນດາໜ່ວຍຊາວໜຸ່ມທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສະມາຊິກຊາວຫນຸ່ມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ພູວຽງ ພົງສະຫວັດດີ ກຳມະການສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວຫນຸ່ມ ຄອສພ

ຂຶ້ນລາຍງານເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການປະກາດໃຊ້ກົດລະບຽບຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ IX ແລະ ຜ່ານກົດລະບຽບຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການ ບົງຕົວແຕ່ງຕັ້ງຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ ສະໄໝທີ I ແລະ ມະຕິກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວ ສະໄໝທີ I, ນອກນັ້ນ ບັນດາສະຫາຍໃນຄະນະບໍລິຫານງານຊາວຫນຸ່ມ ຄອສພ ຍັງໄດ້ຂຶ້ນຜ່ານແຜນພັດທະນາວຽກງານຂອງຊາວໜຸ່ມຮອດປີ 2030 ແລະ ປະກາດກົງຈັກການຈັດຕັ້ງຊາວໜຸ່ມ ຄອສພ ຈໍານວນຫນື່ງ.

ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ກໍາມະການຄະນະພັກ ຮອງຫົວຫນ້າໂຄສະນາອົບຮົມສູນ ກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຊົມເຊີຍຄະນະບໍລິຫານງານຊາວຫນຸ່ມ ຄອສພ ຕໍ່ຄວາມພະຍາຍາມ ໃນການຄົ້ນຄວ້າບັນດານິຕິກໍາ ເພື່ອປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ບຸກຄະລາກອນ ຂອງຄະນະຊາວໝຸ່ມ ພາຍຫຼັງທີ່ໄດ້ຮັບໂອນເອົາວຽກງານສື່ມວນຊົນ ຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ກໍານົດແຜນພັດທະນາວຽກງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ແຕ່ປີ (2026-2030) ເຊິ່ງແຜນດັ່ງກ່າວ ຈະກາຍເປັນບ່ອນອີງສໍາຄັນ ໃຫ້ແກ່ການເຄື່ອນໄຫວວຽກງານຊາວໜຸ່ມ ໃນ 5 ໃນຕໍ່ໜ້າ. ທ່ານໄດ້ກ່າວຕື່ມວ່າ ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ທີ່ເຄື່ອນໄຫວວຽກງານຕິດພັນກັບໜ້າທີ່ການເມືອງ, ວຽກງານວິຊາສະເພາະ ຂອງຄະນະພັກ-ຄະນະນໍາ ຄອສພ ໂດຍສະເພາະວຽກງານການເມືອງ-ແນວຄິດ ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ ເປັນເອກະສານໂຄສະນາສຶກສາອົບຮົມເປົ້າໝາຍຕ່າງໆ, ວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ, ວຽກງານສື່ມວນຊົນ ແລະ ສື່ສິ່ງພິມ, ສື່ເອເລັກໂຕນິກ, ສື່ແບບໃໝ່. ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງຫ້າວຫັນ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຈາກອົງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີຜົນສໍາເລັດຫຼາຍໆດ້ານ ພ້ອມນັ້ນ ທ່ານໄດ້ມີຄໍາເຫັນເນັ້ນໜັກ ຕໍ່ກັບ ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງສ້າງການຫັນປ່ຽນໃໝ່ດ້ານການນຳພາ-ຊີ້ນຳ ຂອງສະມາຊິກຊາວໜຸ່ມ ໃນການປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບໃຫ້ເລິກເຊິ່ງ ແລະ ເປັນປົກກະຕິໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີທັງພາຍໃນ ແລະ ພາຍນອກ, ມີການປະສານງານ ແລກປ່ຽນບົກຮຽນເຊິ່ງກັນ ແລະ ກັນ, ມີແບບແຜນການນຳພາ-ຊີ້ນໍາ ທີ່ເປັນມູນເຊື້ອອັນດີງາມໄປພ້ອມກັບການເພີ່ມທະວີແບບແຜນນຳພາທີ່ມີວິທະຍາສາດ, ແທດຕົວຈິງ ແລະມີປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບສູງ, ກ້າຄິດກ້າປະຕິບັດ ແລະ ພ້ອມກັນປ່ຽນແປງໃໝ່ແບບແຜນວິທີເຮັດວຽກ ໂດຍການຫັນມະຕິເປັນແຜນງານ, ໂຄງການເຂົ້າໃນວຽກງານວິຊາສະເພາະຕາມທ່າແຮງ ແລະຈຸດພິເສດ ຂອງຕົນ; ມີການຕິດຕາມ, ກວດກາ ການນໍາພາ-ຊີ້ນໍາປຸກລະດົມສະມາຊິກຊາວໜຸ່ມ ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນແນວທາງ, ເເຜນນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດ ຢ່າງເລິກເຊິ່ງ ໂດຍຕິດພັນກັບວຽກງານວິຊາສະເພາະຂອງແຕ່ລະໜ່ວຍຢ່າງແຂງແຮງ; ຮັບປະກັນການປະຕິບັດພາລະບົດບາດ ແລະ ແຜນການເຄື່ອນໄຫວຂອງຊາວໜຸ່ມຢ່າງມີປະສິດທິພາບສູງ.

ພາຍຫຼັງສໍາເລັດກອງປະຊຸມ ໄດ້ປິດລົງໃນເວລາ 16:00 ນາທີ ແມ່ນໄດ້ມີການຈັດກິດຈະກໍາແຂ່ງຂັນກິລາເປຕັງຂອງບັນດາຄະນະຊາວໜຸ່ມຮາກຖານ ແລະ ບັນດາໜ່ວຍ ເພື່ອຊີງຂັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກອີກດ້ວຍ.

