
ໃນຕອນເຊົ້າຂອງວັນທີ 29 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ກົມຂໍ້ມູນ ຂ່າວສານ ໄດ້ຈັດຊຸດຝຶກອົບຮົມການຄຸ້ມຄອງ, ນໍາໃຊ້ລະບົບຫ້ອງສະໝຸດເອເລັກໂຕຣນິກ (E-Book) ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ເຂົ້າ ຮ່ວມມີ ຫົວໜ້າ ພະແນກ, ຮອງຫົວໜ້າພະແນກ, ວິທະຍາກອນຈາກສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ແລະ ພະນັກງານວິຊາການຂອງກົມຂໍ້ມູນຂ່າວສານ ເຂົ້າຮ່ວມ


ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງຂອງການຈັດຊຸດ ຝຶກອົບຮົມການຄຸ້ມຄອງ, ນໍາໃຊ້ລະບົບຫ້ອງສະ ໝຸດເອເລັກໂຕຣນິກ (E-Book) ຄັ້ງນີ້ແມ່ນ ເພື່ອສ້າງ ຄວາມຮັບຮູ້, ເຂົ້າໃຈການພົວພັນຮ່ວມມື ແລະ ກົນໄກປະສານງານ, ແລກ ປ່ຽນຂໍ້ມູນ ແລະ ການ ຫັນ ເປັນທັນສະໄໝທາງດ້ານຂໍ້ມູນຂ່າວສານ ເພື່ອສາມາດເຊື່ອມໂຍງບັນດາຂໍ້ມູນຕ່າງໆ ຢ່າງວ່ອງໄວ, ທັນ ເວລາ ພາຍ ໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາກະຊວງ-ອົງການ ແຕ່ຂັ້ນສູນກາງຫາ ທ້ອງຖິ່ນ, ເພື່ອຊຸກຍູ້ສົ່ງເສີມການພັດທະນາ, ປັບປຸງລະບົບຕ່າງໆ ຫັນວຽກງານໂຄສະນາອົບຮົມ ໃຫ້ມີ ຄວາມທັນສະໄໝ ເປັນຕົ້ນແມ່ນ ສະໜອງບັນດາລະບົບບໍລິຫານລັດດີຈິຕ້ອນ ທີ່ຈໍາເປັນພ້ອມທັງເປັນ ການຍົກລະດັບການບໍລິຫານວຽກງານ ແລະ ການເຂົ້າເຖິງຂໍ້ມູນຂ່າວສານທີ່ທັນສະໄໝ, ວ່ອງໄວ ຢູ່ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ທ້ອງຖິ່ນ; ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຳ ມະກອນທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ຕັ້ງໃຈຄົ້ນຄວ້າ ຮຽນຮູ້, ແລກປ່ຽນຄໍາຄິດເຫັນ, ເພື່ອນໍາເອົາຄວາມຮູ້ ແລະ ບົດຮຽນດັ່ງກ່າວນໍາໄປຜັນຂະຫຍາຍຜົນສູ່ວຽກງານ ຕົວຈິງໃຫ້ມີປະສິດທິຜົນສູງສຸດ.

