ຄະນະຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາທີ່ ຫໍພິພິທະພັນປະທານ ໄກສອນ ພົມວິຫານ.


ຕອນເຊົ້າ ເວລາ 8:30 ໂມງຂອງວັນທີ 12 ກຸມພາ 2026 ຄະນະຊາວໜຸ່ມຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປທັດສະນະຢູ່ທີ່ ຫໍພິພິທະພັນປະທານ ໄກສອນ ພົມວິຫານ ເຊິ່ງນໍາໂດຍ ທ່ານ ພູວຽງ ພົງສະຫວັດດີ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະຊາວໜຸ່ມຮາກຖານ, ບັນດາເລຂາໜ່ວຍ ແລະ ສະມາຊິກຊາວໜຸ່ມ ທົ່ວຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 98 ສະຫາຍເຂົ້່າຮ່ວມຢ່າງຟົດຟຶ້ນ.



ໃນໂອກາດດັ່ງກ່າວ, ຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍສະມາຊິກ ເຂົ້າສະແດງຄວາມຂໍ່ານັບຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ ແລະ ຮັບຟັງການບັນຍາຍຜົນງານການເຄື່ອນໄຫວປະຕິວັດ, ແບບແຜນການດຳລົງຊີວິດ ແລະ ອຸດົມການຂອງປະທານ ໄກສອນ ພົມວິຫານທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ຜ່ານການຮັບຟັງເນື້ອໃນດັ່ງກ່າວນັ້ນໄດ້ສະທ້ອນໃຫ້ເຫັນຄວາມຈົງຮັກພັກດີ, ຄວາມສາມັກຄີເປັນປຶກແຜ່ນ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານໃຫ້ແກ່ຊາວໜຸ່ມຮາກຖານຂອງພວກເຮົາໄດ້ຮໍ່າຮຽນເອົາແບບຢ່າງທີ່ດີຂອງ ປະທານ ໄກສອນ ພົມວິຫານ ເພື່ອນໍາໄປໝູນໃຊ້ເຂົ້າໃນການດໍາລົງຊີວິດ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນໃນຕໍ່ໜ້າໃຫ້ມີຜົນສໍາເລັດ ແລະ ມີຄຸນນະພາບສູງຂຶ້ນເລື້ອຍໆ.