ເພື່ອກະກຽມໃຫ້ແກ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ທີ່ຈະເປີດຂຶ້ນໃນມໍ່ໆນີ້ ດັ່ງນັ້ນໃນຕອນເຊົ້າຂອງວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ຄອສພ ໄດ້ເປີດກອງປະຊຸມປະກອບຄຳເຫັນໃສ່ຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ຂຶ້ນໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ຄະນະບໍລິຫານງານພັກ ຄອສພ ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ, ທຽບເທົ່າກົມ ທີ່ຂຶ້ນກັບ ຄອສພ.

ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອປະກອບຄຳເຫັນໃສ່ຮ່າງເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ເຊິ່ງປະກອບມີ: 1. ຮ່າງລາຍງານການເມືອງ ຂອງຄະນະບໍລຫານງານພັກ ຄອສພ, 2. ຮ່າງແຜ່ນພັດທະນາວຽກງານໂຄສະນາອົບຮົມ ຂອງອົງຄະນະພັກ ຄອສພ, 3. ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ຄອສພ.
ໃນກອງປະຊຸມ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໃຫ້ທິດຊີ້ນໍາ ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ຂອງກອງປະຊຸມ ພ້ອມນັ້ນທ່ານໄດ້ເນັ້ນໜັກ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ຄິດຫງໍາໃນການປະກອບຄໍາຄິດ ຄໍາເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໃຫຍ່ຂອງ ອົງຄະນະພັກ ຄະນະໂຄສະນາອົບຮົມ ມີເນື້ອໃນຮັດກຸ້ມ ແລະ ອຸດົມສົມບູນ. ເພື່ອຮັບປະກັນໃຫ້ແກ່ການຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ຜ່ານມາຖືກຕ້ອງ, ຊັດເຈນ ແລະ ຄົບຖ້ວນ ພ້ອມທັງກຳນົດທິດທາງຄາດໝາຍສູ້ຊົນໃນໄລຍະ 5 ປີ ຕໍ່ໜ້າ ໃຫ້ຖືກຕ້ອງກັບສະພາບຄວາມເປັນຈິງ.
ໃນກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍການເມືອງຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ຕໍ່ ສະເໜີໂດຍ ສະຫາຍ ບຸນເພັງ ຈັນທະດາລາ ເລຂາ ໜ່ວຍພັກ ຫົວໜ້າຫ້ອງການ; ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ຂອງອົງຄະນະພັກ ຄອສພ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ສະເໜີໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ.
ໃນກອງປະຊຸມໄດ້ມີການປະກອບຄໍາຄິດ ຄໍາເຫັນຕໍ່ 3 ເນື້ອໃນເອກະສານດັ່ງກ່າວຢ່າງເລິກເຊິ່ງ, ຮອບດ້ານ ແລະ ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນເອກະສານຄົບຖ້ວນສົມບູນ.





