ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ

ໃນວັນທີ 20 ມີນາ ຜ່ານມາ ຢູ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ ຂອງສູນກາງແນວລາວສ້າງຊາດ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາສະຫາຍກຳມະການສູນກາງພັກ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ຄະນະທີ່ປຶກສາວຽກງານຂອງສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ລັດຖະກອນ ສນຊ ເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ 2 ສະຫາຍ ໄປຮັບໜ້າທີ່ໃໝ່ ຄື: ຍົກຍ້າຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ ໄປຮັບໜ້າທີ່ໃໝ່ ຢູ່ສູນກາງສະຫະພັນກຳມະບານ; ຍົກຍ້າຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານ ສນຊ ໄປຮັບໜ້າທີ່ໃໝ່ ຢູ່ສະພາແຫ່ງຊາດ. ຈາກນັ້ນ, ກໍໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ໃໝ່ ດັ່ງນີ້: ແຕ່ງຕັ້ງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ, ແຕ່ງຕັ້ງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າກົມການເມືອງສູນກາງພັກ ໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນ ແລະ ຜົນສໍາເລັດຫຼາຍດ້ານ ຂອງ 2 ສະຫາຍ ຮອງເລຂາຄະນະພັກ ສນຊ ຜູ້ເກົ່າ ຊຶ່ງຕະຫຼອດໄລຍະຜ່ານມາ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານແນວລາວສ້າງຊາດໄດ້ມີຜົນສຳເລັດເປັນຢ່າງດີ. ພ້ອມນີ້, ກໍໄດ້ເນັ້ນໃຫ້ 2 ສະຫາຍ ທີ່ມາຮັບໜ້າທີ່ໃໝ່ ວ່າ: ກ່ອນອື່ນໝົດຕ້ອງໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ແລະ ຕິດພັນກັບການສ້າງເສດຖະກິດເປັນເຈົ້າຕົນເອງ ໂດຍຈັດຕັ້ງປະຕິບັດພາລະບົດບາດແນວລາວສ້າງຊາດ ເປັນຕົ້ນເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງພີ່ນ້ອງລາວຢູ່ຕ່າງປະເທດ ແລະ ສ້າງຄວາມເຂັ້ມແຂງທັງປັບປຸງກຳລັງແຮງທົ່ວປວງຊົນ; ສຶກສາອົບຮົມ, ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເສີມຂະຫຍາຍສິດເປັນເຈົ້າ ໃນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ; ໃກ້ຊິດຕິດແທດ, ເກັບກຳຄຳຄິດຄຳເຫັນ, ສ່ອງແສງມານະຈິດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ; ຕິດຕາມກວດກາການເຄື່ອນໄຫວຂອງອົງການອໍານາດລັດ ແລະ ພາຄີຂອງແນວລາວສ້າງຊາດ ໂດຍຜ່ານຄຳເຫັນຂອງປະຊາຊົນບັນດາເຜົ່າ; ເປັນໃຈກາງປະສານສົມທົບ ກັບບັນດາພາຄີຂອງຕົນ ແລະ ອີກດ້ານໜຶ່ງພວກເຮົາກໍຕ້ອງຊອກວິທີການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມແນວທາງຂອງພັກ ທີ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ຫຼຸດຜ່ອນການນຳໃຊ້ງົບປະມານລັດສ່ວນໃດໜຶ່ງ ແລະ ວຽກງານອື່ນໆ ທີ່ຖືກມອບໝາຍ.

ຈາກນັ້ນ, ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍໄດ້ຂຶ້ນກ່າວຮັບຄໍາໂອວາດ ໂດຍສະຫາຍ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກົມການເມືອງສູນກາງພັກ ທີ່ໄວ້ວາງໃຈມອບໝາຍໜ້າທີ່ອັນມີກຽດໃຫ້ພວກຂ້າພະເຈົ້າທັງສອງ, ພວກຂ້າພະເຈົ້າພ້ອມດ້ວຍໝູ່ຄະນະ ແລະ ກໍາມະການແນວລາວສ້າງຊາດ ທຸກຂັ້ນ ຈະພ້ອມກັນນໍາເອົາຄວາມເປັນຫ່ວງເປັນໃຍ ແລະ ຈິດໃຈຊີ້ນໍາຂອງຂັ້ນເທິງນໍາໄປຜັນຂະຫຍາຍໃຫ້ມີຜົນສໍາເລັດຢ່າງບໍ່ຢຸດຢັ້ງ.

ຂ່າວ-ພາບ: ສູນກາງແນວລາວສ້າງຊາດ