ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ສະຫາຍ ເລ ຫງ໋ອກ ກວາງ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ

ໃນວັນທີ​ 3 ເມສາ​ 2026, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ​ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ ທີ່ມີຜົນງານດີເດັ່ນ, ປະກອບສ່ວນໃນການພົວພັນຮ່ວມມື, ຊ່ວຍເຫຼືອດ້ານເຫື່ອແຮງ, ສະຕິບັນຍາ ໃນການພັດທະນາໂທລະພາບແຫ່ງຊາດລາວ ຕະຫຼອດໄລຍະ 40 ປີ ແລະ ເນື່ອງໃນໂອກາດວັນສ້າງຕັ້ງໂທລະພາບແຫ່ງຊາດລາວ ຄົບຮອບ 40 ປີ (1 ທັນວາ 1983 – 1 ທັນວາ 2023). ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ​- ຫວຽດນາມ,​ ຫວຽດນາມ​ -​ ນາມລາວ.​

ພິທີຈັດຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ​ ແຂວງ​ຈໍາປາສັກ​ ໂດຍການ​ເຂົ້າ​ຮ່ວມຂອງ​ ສະຫາຍ​ ຄໍາພັນ​ ເຜີຍ​ຍະ​ວົງ​ ກໍາມະການ​ກົມ​ການເມືອງ​ສູນກາງ​ພັກ​ ຫົວໜ້າ​ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ​ ປະຕິວັດລາວ​ ຮອງປະທານສະພາທິດສະດີສູນກາງພັກ,​ ສະຫາຍ​ ອາລຸນໄຊ​ ສູນນະລາດ​ ກຳມະການ​ສູນກາງ​ພັກ​ປະຊາຊົນ​ ປະຕິວັດ​ລາວ​ ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງ​ຈໍາປາສັກ, ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກຄອມມູຍນິດຫວຽດນາມ ເລຂາຄະນະບໍລິຫານງານພັກນະຄອນດານັງ​ ສສ​ ຫວຽດນາມ.​ ມີການນໍາ​ແຂວງ​ສະຫວັນ​ນະ​ເຂດ,​ ແຂວງຈໍາປາສັກ,​ ແຂວງສາລະວັນ,​ ແຂວງອັດຕະປື, ແຂວງເຊກອງ, ກົງສູນໃຫຍ່​ແຫ່ງ​ ສປປ​ ລາວ​ ປະຈຳ​ນະຄອນດານັງ​ ສສ​ ຫວຽດນາມ, ກົງສູນໃຫຍ່​ແຫ່ງ​ ສສ​ ຫວຽດນາມ​ ປະຈຳ​ພາກໃຕ້​ລາວ, ກົງສູນໃຫຍ່​ ແຫ່ງ​ ສສ​ ຫວຽດນາມ​ ປະຈຳ​ແຂວງສະຫວັນນະເຂດ,​ ການນໍາ​ນະຄອນດາໜັງ, ການນໍາຈາກພາກສ່ວນກ່ຽວຂ້ອງຂອງຄະນະໂຄສະນາອົບຮົມສູນກາງພັກ​ ປະຊາຊົນ​ ປະຕິວັດລາວ,​ ຄະນະໂຄສະນາອົບຮົມແຂວງຈໍາປາສັ​ກ, ການນໍາ​ພະແນກການ​ກົມກອງ​ອ້ອມຂ້າງ​ແຂວງ​ ແລະ​ ພາກສ່ວນ​ກ່ຽວຂ້ອງ​ຂອງແຂວງ​ຈໍາປາສັກ​ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ວັນລາຕີ ຄໍາວານວົງສາ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ​ ໄດ້ຜ່ານບົດສະດຸດີ ສັນລະເສີນ​ ການປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ​ໂດຍຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງ ໂທລະພາບແຫ່ງຊາດລາວຕະຫຼອດໄລຍະ 40 ກວ່າປີ​ ກໍຄື 40 ກວ່າປີແຫ່ງການພົວພັນຮ່ວມມືອັນສະໜິດແໜ້ນ ລະຫວ່າງ ສອງ ສະຖານີໂທລະພາບແຫ່ງຊາດ ລາວ – ຫວຽດນາມ ໂດຍສະເພາະແມ່ນ ການສະໜັບສະໜູນ, ອຸ້ມຊູຊ່ວຍເຫຼືອອັນລໍ້າຄ່າ ດ້ວຍຄວາມບໍລິສຸດຜຸດຜ່ອງ ທີ່ຈິງໃຈຖານສະຫາຍອ້າຍນ້ອງຍຸດທະສາດ, ເພື່ອນມິດທີ່ສະໜິດສະໜົມ ຄື: ໂທລະພາບແຫ່ງຊາດຫວຽດນາມ. ໃນນັ້ນ, ສະຫາຍ ເລ ຫງ໋ອກ ກວາງ ໄລຍະທີ່ໄດ້ຮັບມອບໝາຍປະຕິບັດໜ້າທີ່ຜູ້ອໍານວຍການໃຫຍ່ ໂທລະພາບຫວຽດນາມ ໄດ້ທຸ່ມເທສະຕິປັນຍາ, ເຫື່ອແຮງ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົນພັນຮ່ວມມື, ແລກປ່ຽນ ຊ່ວຍເຫຼືອ ໂທລະພາບແຫ່ງຊາດລາວ ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຊ່ວຍປັບປຸງລະບົບເຕັກນິກການອອກອາກາດ,​ ການບຳລຸງສ້າງບຸກຄະລາກອນ​ ຕົ້ນຕໍແມ່ນພະນັກງານ, ນັກຂ່າວ, ເຕັກນິກຂອງໂທລະພາບແຫ່ງ​ ຊາດລາວ ດ້ວຍການສົ່ງໄປບຳລຸງສ້າງຢູ່ ໂຮງຮຽນຊັ້ນສູງໂທລະພາບຫວຽດນາມ ແລະ ຈັດ ຝຶກອົບຮົມໄລຍະສັ້ນຢູ່ລາວ ແລະ​ ຫວຽດນາມ.​ ການຮ່ວມມືດ້ານເນື້ອໃນ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ສາລະຄະດີ ແລະ ລາຍການຕ່າງໆ ມາອອກອາກາດ ລະຫວ່າງສອງຊາດ​ ລວມເຖິງການຖ່າຍທອດສົດ, ລາຍການພິເສດ ໃນເຫດການສໍາຄັນຕ່າງໆ.​ ຜົນງານການປະກອບສ່ວນຂອງສະຫາຍ ບໍ່ພຽງແຕ່ແມ່ນການຮ່ວມມືຊ່ວຍເຫຼືອ ລະຫວ່າງ 2 ສະຖານີໂທລະພາບເທົ່ານັ້ນ, ແຕ່ຍັງເປັນການປະກອບທີ່ສໍາຄັນ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ່ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ​ – ຫວຽດນາມ ໃຫ້ໝັ້ນຄົງຂະໜົງ ແກ່ນຕະຫຼອດກາລະນານ.​ ການຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ເປັນການລະລຶກຈົດຈໍາຜົນງານອັນໃຫຍ່ຫຼວງຂອງສະຫາຍ ເລ​ ຫງ໋ອກ ກວາງ​ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດສ້າງສາພັດທະນາ ສປປ ລາວ ເວົ້າລວມ, ເວົ້າສະເພາະ ເປັນການຍ້ອງຍໍສັນລະເສີນ ຕໍ່ການປະກອບສ່ວນທີ່ພົ້ນເດັ່ນໃນວຽກງານໂທລະພາບ ຂອງສະຫາຍ.

ຕໍ່ມາ,​ ກໍໄດ້ຜ່ານລັດຖະດໍາລັດ​ຂອງປະທານປະເທດ​ ແຫ່ງ​ ສາທາລະນະ​ລັດ​ ປະຊາທິປະໄຕ​ ປະຊາຊົນລາວ​ ເລກທີ 060/ບບທ, ວັນທີ 29 ມີ 2024​ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ສະຫາຍ ເລ ຫງ໋ອກ ກວາງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກນະຄອນດານັງ ອະດີດຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ ຫວຽດນາມ.​ ຈາກນັ້ນ,​ ກໍໄດ້​ປະດັບຫຼຽນ​ດັ່ງກ່າວ,​ ໃຫ້ກຽດ​ປະດັບຫຼຽນ​ໂດຍ​ສະຫາຍ​ ຄໍາພັນ​ ເຜີຍ​ຍະ​ວົງ​ ກໍາມະການ​ກົມ​ການເມືອງ​ສູນກາງ​ພັກ​ ຫົວໜ້າ​ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ​ ປະຕິວັດລາວ​ ຮອງປະທານສະພາທິດສະດີສູນກາງພັກ.​ ຕອນທ້າຍ,​ ສະຫາຍ ເລ ຫງ໋ອກ ກວາງ​ ກໍໄດ້​ມີຄໍາເຫັນ​ ​ພ້ອມທັງສະແດງຄວາມຮູ້ສຶກ​ພາກພູມໃຈ​ ແລະ​ ດີໃຈ​ ທີ່​ລັດຖະບານ​ແຫ່ງ​ ສາທາລະນະ​ລັດ​ ປະຊາທິປະໄຕ​ ປະຊາຊົນລາວ​ ໃຫ້ກຽດປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່​ຕົນ.​ ພ້ອມນີ້​ ສະຫາຍ​ຍັງສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນໄຊ ອັນປະເສີດ ມາຍັງການນໍາພັກ -​ ລັດ​ ແຫ່ງ​ ສປປ​ ລາວ​
ຈົ່ງມີພາລະນາໄມແຂງແຮງ, ສືບຕໍ່​ນໍາ​ພາພັດທະນາປະເທດລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ, ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ​ – ຫວຽດນາມ, ຫວຽດນາມ – ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ.


ຂ່າວ​-ພາບ​: ທູນທອງໃຈ​