ລາວ-ຫວຽດນາມ ຮັດແໜ້ນການຮ່ວມມືດ້ານຂໍ້ມູນຂ່າວສານ

ພິທີພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 13 ພຶດສະພາ 2026 ນີ້, ຢູ່ນະຄອນຫລວງວຽງຈັນ ຊຶ່ງຝ່າຍລາວ ນຳໂດຍ ສະຫາຍ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມ ຊຶ່ງການພົບປະຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ແຈ້ງໃຫ້ກັນຊາບກ່ຽວກັບການເຄື່ອນໄຫວວຽກງານ ຂອງຕົນ ກໍຄື ການພົວພັນຮ່ວມມືດ້ານວຽກງານຖະແຫລງຂ່າວ-ສື່ມວນຊົນ ແລະ ອື່ນໆ ໃນໄລຍະຜ່ານມາ.

ໂອກາດນີ້, ສະຫາຍ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານຂອງ ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ, ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບການປັບປຸງກົງຈັກການ ຈັດຕັ້ງຄືນໃໝ່ ເພື່ອໃຫ້ຖືກຕ້ອງຕາມທິດຊີ້ນໍາຂອງສູນກາງພັກ ແລະ ແທດເໝາະກັບສະພາບການຈັດຕັ້ງປະຕິບັດຕົວຈິງໃນປັດຈຸບັນ ໂດຍການມອບ-ໂອນວຽກງານຖະແຫລງຂ່າວ-ສື່ມວນຊົນ ຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ມາຂຶ້ນກັບການນໍາພາ-ຊີ້ນໍາໂດຍກົງຂອງ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງປະກອບມີ: ກົມສື່ມວນຊົນ, ສໍານັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ ແລະ ໜັງສືພິມປະຊາຊົນ. ຄຽງຄູ່ກັນນັ້ນ, ວຽກງານຖະແຫລງຂ່າວຢູ່ຂັ້ນທ້ອງຖິ່ນ ກໍໄດ້ຮັບການປັບປຸງໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບຂັ້ນສູນກາງຢ່າງເປັນລະບົບ.

 

ສະຫາຍ ວັນສີ ກົວມົວ ຍັງໃຫ້ຮູ້ອີກວ່າ: ເຖິງວ່າໃນໄລຍະຜ່ານມາ ສປປ ລາວ ຈະມີການປັບປຸງກົງຈັກການຈັດຕັ້ງ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານໃນວຽກງານຖະແຫລງຂ່າວ-ສື່ມວນຊົນ ລະ ຫວ່າງ ລາວ-ຫວຽດນາມ ກໍຍັງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເຂົ້າສູ່ລວງເລິກ ເພື່ອຍາດເອົາຜົນສຳ ເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສະຫາຍຍັງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດເນື້ອໃນຈິດໃຈ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານຖະແຫລງຂ່າວ ໄລຍະປີ 2021-2025 ລະຫວ່າງ ລາວ-ຫວຽດນາມ ທີ່ຜ່ານມາ ຊຶ່ງສອງຝ່າຍໄດ້ຮ່ວມກັນຈັດຕັ້ງຜັນຂະຫຍາຍ ຈົນສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນໃນຫລາຍດ້ານ.
ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂົງເຂດສື່ມວນຊົນ ລະຫວ່າງ ຫວຽດນາມ ແລະ ລາວ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ, ສອງຝ່າຍໄດ້ປະສານສົມທົບກັນຢ່າງຕັ້ງໜ້າໃນວຽກງານຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ໃນການຢ້ຽມຢາມຂອງການນໍາຂັ້ນສູງ, ກອງປະຊຸມຄະນະກຳມະການຮ່ວມລັດຖະບານ ກໍຄື ບັນດາເຫດການສະເຫລີມສະຫລອງວັນບຸນສຳຄັນຕ່າງໆຂອງສອງປະເທດ. ຢ່າງໃດກໍຕາມ ຝ່າຍຫວຽດນາມ ພ້ອມທີ່ຈະສະໜັບສະໜູນການຈັດຊຸດຝຶກອົບຮົມ ໃນຫລາຍຫົວຂໍ້ສຳຄັນ ເປັນຕົ້ນ ທັກສະການເຮັດສື່ແບບຫລາຍມິຕິ (Multimedia), ການຜະລິດຂ່າວ, ບົດ, ສາລະຄະດີ ໃນສື່ອອນລາຍ (ແພລັດຟອມດີຈິຕອນ); ການນຳໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນ, ການຄຸ້ມຄອງ, ວາງແຜນຜັງ ແລະ ນະໂຍບາຍພັດທະນາສື່ມວນຊົນ, ທັກສະຂ່າວສານການຕ່າງປະເທດ ແລະ ການແກ້ໄຂຂໍ້ມູນທີ່ເປັນຂໍ້ມູນລະອຽດອ່ອນ. ພ້ອມນີ້, ສະຫາຍ ນາງ ເລິມ ທິ ເຟືອງ ແທງ ຍັງໄດ້ລາຍງານໃຫ້ຮູ້ແຜນການຮ່ວມມືກັນ ລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ໃນຕໍ່ໜ້າ ອີກດ້ວຍ.
ໃນໂອກາດດຽວກັນນີ້, ຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານຖະແຫລງຂ່າວ ໄລຍະປີ 2026-2030 ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງວັດທະ ນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຕື່ມອີກ.
ພາບ-ຂ່າວ: KPL