ໃນວັນທີ 13 ພຶດສະພາ 2026 ນີ້, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຕ້ອນຮັບ ສະຫາຍ ນາງ ເລິມ ທິ ເຟືອງ ແທງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພຶດສະພາ 2026.
ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ນາງ ເລິມ ທິ ເຟືອງ ແທງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະ ເປັນການຮັດແໜ້ນການພົວພັນຮ່ວມມື ໃນຂົງເຂດວຽກງານຖະແຫລງຂ່າວ-ສື່ມວນຊົນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ. ພ້ອມນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຂອງສະຫາຍ ນາງ ເລິມ ທິ ເຟືອງ ແທງ ພ້ອມຄະນະ ໂດຍສະເພາະ ການພົບປະສອງຝ່າຍ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ແລະ ເຂົ້າຮ່ວມເປີດສັບປະດາວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ຢູ່ ສປປ ລາວ ຮ່ວມກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ຊຶ່ງເປັນຂີດໝາຍສຳຄັນໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ສະຫາຍ ນາງ ເລິມ ທິ ເຟືອງ ແທງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ໃຫ້ສະຫາຍ ຄຳພັນ ເຜີຍຍະວົງ ຮັບຊາບ ແລະ ໄດ້ສະແດງຄວາມຍິນດີ, ຊົມເຊີຍ ຕໍ່ສະຫາຍ ຄຳພັນ ເຜີຍຍະວົງ ທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກພັກ, ລັດຖະບານລາວ ເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນກໍາມະການກົມການເມືອງສູນກາງພັກ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ດ້ວຍຄວາມສາມາດໃນການນໍາພາ-ຊີ້ນໍາຂອງສະຫາຍ ຈະເຮັດໃຫ້ວຽກງານໂຄສະນາອົບຮົມຂອງ ສປປ ລາວ ໂດຍສະເພາະຂົງເຂດຂໍ້ມູນຂ່າວສານ ແລະ ສື່ມວນຊົນ ບັນລຸຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ, ປະກອບສ່ວນຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ.
ພາບ-ຂ່າວ: KLP
