ຄະນະໂຄສະນາອົບຮົມສູນກາງພັກ ເປີດກອງປະຊຸມສຳມະນາວິທະຍາສາດ ສຶ່ມວນຊົນ

ໃນຕອນເຊົ້າຂອງ ວັນທີ 16 ມິຖຸນາ 2026 ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ສຶ່ມວນຊົນ ພາຍໃຕ້ຫົວຂໍ້: “ພັດທະນາວຽກງານສຶ່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ”

ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຂື້ນທີ່ຫ້ອງປະຊຸມ ຄອສພ, ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ມີບັນດາຕາງໜ້າກົມກອງ, ກະຊວງ, ອົງການ ອ້ອມຂ້າງຂັ້ນສູນກາງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານສື່ມວນຊົນທົ່ວປະເທດເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າເນື້ອໃນ ຮ່າງບົດສະຫຼຸບການຕີລາຄາການເຄື່ອນໄຫວ ວຽກງານສື່ມວນຊົນໃນໄລຍະຜ່ານມາ ແລະ ການກໍານົດທິດທາງລວມຕໍ່ໜ້າ ຮອດປີ 2030; ພ້ອມນີ້ຍັງຈະໄດ້ຄົ້ນຄວ້າລົງເລິກເນື້ອໃນຮ່າງມະຕິຂອງກົມການເມືອງສູນກາງພັກ ທີ່ຈະປ່ຽນແທນມະຕິ 36 ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ສື່ມວນຊົນ ໃນໄລຍະໃໝ່, ລົງວັນທີ 19 ມິຖຸນາ ປີ 1993 ຊຶ່ງເຫັນວ່າເອກະສານດັ່ງກ່າວນີ້ ນໍາໃຊ້ມາເປັນເວລາຍາວນານສົມຄວນແລ້ວ. ສະນັ້ນ, ເພື່ອໃຫ້ສອດຄ່ອງກັບວຽກງານການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຕ້ອງໄດ້ຄົ້ນຄວ້າປັບປຸງຄືນ; ກອງປະຊຸມຈະໄດ້ລົງເລິກສອງເອກະສານສໍາຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ 1 ແລະ ຖືວ່າເປັນກອງປະຊຸມຄັ້ງປະຫວັດສາດ, ຄັ້ງທໍາອິດຂອງວຽກງານສື່ມວນຊົນທົ່ວປະເທດ, ທີ່ຈະພ້ອມກັນສຸມໃສ່ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຂອງສື່ມວນຊົນໄລຍະຜ່ານມາ ແລະ ກໍານົດທິດທາງລວມຮອດປີ 2030 ເພື່ອໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ.


ພ້ອມນີ້, ສະຫາຍ ຄຳພັນ ເຜີຍຍະວົງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທັງໝົດທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບສູງ, ເອົາໃຈໃສ່ຄົ້ນຄວ້າ, ສຸມສະຕິປັນຍາ ເຂົ້າໃນການປະກອບຄຳຄິດຄຳເຫັນໃສ່ ຮ່າງບົດສະຫຼຸບ, ຮ່າງມະຕິ ທີ່ກອງເລຂາຄະນະຮັບຜິດຊອບຈະໄດ້ນໍາສະເໜີຜ່ານກອງປະຊຸມສໍາມະນາ ແລະ ບັນດາເອກະສານທີ່ກອງເລຂາແຈກຢາຍໄປກ່ອນແລ້ວນັ້ນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ ແລະ ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ.

ພາບ-ຂ່າວ: ດາວທະວີສຸກ