ໃນຕອນເຊົ້າຂອງ ວັນທີ 3 ກໍລະກົດ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບ ຄະນະພົວພັນຕ່າງປະເທດ ແລະ ສະຖານທູດ ຈີນ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ປອ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ປອ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານ, ຜູ້ປະຈໍາການສະພາທິດສະດີສູນກາງພັກ; ພ້ອມດ້ວຍ ຜູ້ຕາງໜ້າຈາກພະຊວງ-ອົງການ; ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພາຍໃນ ຄອສພ.

ໃນພິທີທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ອ່ານສານອວຍພອນ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ເຊິ່ງໄດ້ສ່ອງແສງໃຫ້ເຫັນພາລະກໍາປະຫວັດສາດ ແລະ ຜົນສໍາເລັດຕົວຈິງ ຂອງປະຊາຊົນຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ໃນໄລຍະຜ່ານມາ ຫຼັງຈາກນັ້ນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄຳເຫັນ ແລະ ກ່າວຫວນຄືນມູມເຊື້ອ ວັນສ້າງຕັ້ງພັກກອມມູນິດຈີນ, ແນວຄິດ ສີຈິ້ນຜິງ ແລະ ການຮ່ວມມືລາວ-ຈີນ ເຊິ່ງຕະຫຼອດໄລຍະ 105 ປີ ຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ສາມາດຍາດໄດ້ບັນດາຜົນສຳເລັດອັນໃຫຍ່ຫລວງໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ກ້າວໄປເຖິງການສ້າງຕັ້ງ ສາທາລະນະລັດປະຊາຊົນຈີນ ຂຶ້ນໃນປີ 1949, ໄດ້ນຳພາປະຊາຊົນຈີນ ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໃນປີ 1978 ເປັນຕົ້ນມາ ແລະ ການນຳຮຸ່ນຕ່າງໆຂອງຈີນ ໄດ້ສືບຕໍ່ນຳພາປະຊາຊົນຈີນ ສ້າງສາປະເທດສັງຄົມນິຍົມຕາມສີສັນຂອງຈີນ. ກ້າວເຂົ້າສູ່ຍຸກໃໝ່, ການຈັດຕັ້ງຜັນຂະຫຍາຍ ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ຕາມທິດຫັນເປັນທັນສະໄໝ ແລະ ມີຄຸນນະພາບສູງ ຍິ່ງເຮັດໃຫ້ ສປ ຈີນ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວສູງຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພ, ຖານະບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ໃນພິທີ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດມີຄໍາເຫັນຕໍ່ພິທີ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ ຄໍາເຫັນ ຂອງ ສະຫາຍ ນາງ ຟາງ ຫົງ ທີ່ໄດ້ກ່າວເຖິງ ຜົນງານ ແລະ ວິລະກໍາອັນລໍ້າເລີດ ຂອງພັກກອມມູນິດຈີນ ໃນການນໍາພາຊີ້ນໍາປະຊາຊົນຈີນອ້າຍນ້ອງ ເຮັດສໍາເລັດພາລະກິດ ຂອງພັກ, ຂອງຊາດ ກໍຄືການເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີ ເຫດການທໍາອິດ ແລະເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການຫັນເປັນທັນສະໄໝຕາມແນວຄິດ ສີ ຈິ້ນຜິງ ວ່າດ້ວຍການສ້າງສັງຄົມນິຍົມ ທີ່ມີສີສັນພິເສດ ຂອງຈີນ ໃນຍຸກໃໝ່ ກໍຄື ການສູ້ຊົນເພື່ອບັນລຸເປົ້າໝາຍ 100 ປີ ເຫດການທີສອງ ແລະ ຄວາມມຸ່ງໝັ້ນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຈີນ. ນອກນັ້ນ ສະຫາຍ ຍັງໄດ້ກ່າວຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 105 ປີ ທີ່ຜ່ານມາ, ພັກກອມມູນິດຈີນ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ຕໍ່ພາລະກໍາປະຫວັດສາດຂອງຕົນ, ຍຶດໝັ້ນໃນອຸດົມການສັງຄົມນິຍົມ ແລະ ຜົນປະໂຫຍດຂອງປະຊາຊົນ ຢ່າງເດັດດ່ຽວໜຽວແໜ້ນ, ນໍາພາປະຊາຊົນຈີນອ້າຍນ້ອງ ຜ່ານຜ່າການທົດສອບທີ່ດຸເດືອດຂ້ຽວຂາດໃນແປວໄຟປະຕິວັດ, ສ້າງວິລະກໍາອັນລໍ້າເລີດ ແລະ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ເຮັດສໍາເລັດການປະຕິວັດປົດປ່ອຍຊາດ ແລະ ສະຖາປະນາ ສປ ຈີນ ຢ່າງສະຫງ່າຜ່າເຜີຍ ໃນປີ 1949, ອັນເປັນການເປີດສັງກາດໃໝ່ ແຫ່ງການສ້າງສາພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ. ປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກກອມມູນິດຈີນ ລ້ວນແຕ່ໄດ້ຕິດພັນກັບການບຸກເບີກ ແລະ ການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາ; ໃນປີ 1978 ພັກກອມມູນິດຈີນ ໄດ້ລິເລີ່ມ ແລະ ນໍາພາພາລະກິດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຢ່າງກ້າຫານ, ເຊິ່ງໄດ້ເປັນການສ້າງການຫັນປ່ຽນອັນໃຫຍ່ຫຼວງ, ເລິກເຊິ່ງ ໃຫ້ແກ່ການພັດທະນາຢ່າງມະຫັດສະຈັນ ແລະ ກ້າວກະໂດດ ຂອງ ສປ ຈີນ, ເຮັດໃຫ້ກໍາລັງການຜະລິດໄດ້ຮັບການປົດປ່ອຍ, ປະຊາຊົນຈີນຫຼາຍຮ້ອຍລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ໃນປີ 2021, ສ້າງທ່ວງທ່າໃໝ່, ທັງເປັນພື້ນຖານໜັກແໜ້ນໃຫ້ແກ່ການສືບຕໍ່ພາລະກິດສ້າງສາພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່; ພາຍໃຕ້ການຊີ້ນໍານໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ, ບົນພື້ນຖານການຍຶດໝັ້ນ ລັດທິມາກ, ແນວຄິດ ເໝົາເຈີຕົງ, ທິດສະດີເຕີ້ງສຽວຜິງ, ແນວຄິດສໍາຄັນ 3 ຕົວແທນ, ທັດສະນະການພັດທະນາຢ່າງມີວິທະຍາສາດ ແລະ ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເປັນແນວຄິດຊີ້ນໍາ, ພາລະກິດແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄື ການສ້າງສາພັດທະນາປະເທດຊາດຂອງຈີນ ສືບຕໍ່ມີຜົນສໍາເລັດໃຫຍ່ຫຼວງ, ຮອບດ້ານ, ອັນພົ້ນເດັ່ນ ແມ່ນໃນປີ 2021 ໄດ້ເຮັດສໍາເລັດເປົ້າໝາຍສູ້ຊົນ 100 ປີທໍາອິດ ໃນການສ້າງສໍາເລັດສັງຄົມກິນອີ່ມນຸ່ງອຸ່ນ ທີ່ອີ່ມໜໍາສໍາລານຢ່າງຮອບດ້ານ ອັນໄດ້ເຮັດໃຫ້ປະຊາຊົນຈີນ 800 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີຜາສຸກ. ຂໍ້ລິເລີ່ມຕ່າງໆ ແລະ ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ທີ່ສະເໜີໂດຍ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ ຈາກວົງຄະນະຍາດສາກົນ, ພວມຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດການຕໍ່ສູ້ເພື່ອຄວາມກ້າວໜ້າທາງສັງຄົມ ກໍຄືພາລະກິດເສີມສ້າງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນໂລກ, ບົດບາດອິດທິພົນ ຂອງ ພັກກອມມູນິດຈີນ ແລະ ສາທາລະນະລັດ ປະຊາຊົນຈີນ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ໃນຕອນທ້າຍພິທີ ສະຫາຍ ປອ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ຕາງໜ້າສະພາທິດສູນກາງພັກ ໄດ້ມີຄໍາເຫັນແລກປ່ຽນກ່ຽວກັບ ຜົນການຄົ້ນຄວ້າ “ ແນວຄິດ ສີນ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ” ຕໍໍ່ກັບທັດສະນະ ສີ ຈິິ້ນຜີງ ໃນການບໍລິຫານປະເທດ ຊຶ່ງລວມມີ 6 ເນື້ອໃນ ດັໍ່ງນີິ້:
1). ທັດສະນະ ສີ ຈິິ້ນຜິງ ກ່ຽວກັບການກໍ່ສ້າງພັກ.
2). ທັດສະນະ ສີ ຈິິ້ນຜິງ ກ່ຽວກັບເສດຖະກິດ.
3). ທັດສະນະ ສີ ຈິິ້ນຜິງ ກ່ຽວກັບກຳນປົກຄອງດ້ວຍກົດໝຳຍ.
4). ທັດສະນະ ສີ ຈິິ້ນຜິງ ກ່ຽວກັບຫັນເປັນທັນສະໄໝ.
5). ທັດສະນະ ສີ ຈິິ້ນຜີງ ກ່ຽວກັບສິ່ງແວດລ້ອມ.
6). ທັດສະນະ ສີ ຈິິ້ນຜີງ ກ່ຽວກັບຄູ່ຮ່ວມຊຳຕຳກຳ.
