ວິທະຍຸກະຈາຍສຽງແຫ່ງຊາດລາວ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິເລກທີ 04/ກມສພ

ວິທະຍຸກະຈາຍສຽງແຫ່ງຊາດລາວ ຫຼື ວສລ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໜ່, ເລົ່າມູນເຊື້ອວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ, ເຜີຍແຜ່ມະຕິກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງຄະນະພັກຮາກຖານ ວສລ ໃນໂອກາດວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ທີ 13 ສິງຫາ ຄົບຮອບ 66 ປີ ຈັດຂຶ້ນໃນຕອນບ່າຍວັນທີ 20 ສິງຫາ 2026 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ມະຕິ 04/ກມສພ ຂອງທ່ານ ສາຄອນ ພົມມະລາດ ຄະນະປະຈຳພັກ,ປະທານກວດກາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳ ວສລ, ມີທ່ານ ວຽງວັດທະນາ ຊະນະພານ ກຳມະການຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ເລຂາຄະນະພັກຮາກຖານ ວສລ, ທ່ານນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍໃຫຍ່ ວສລ ພ້ອມດ້ວຍສະມາຊິກພັກ, ພະນັກງານ ວສລ ເຂົ້າຮ່ວມຮັບຟັງ.
          ທ່ານ ສາຄອນ ພົມມະລາດ ໄດ້ຍົກໃຫ້ເຫັນເນື້ອໃນຕົ້ນຕໍ ແລະ ຄວາມຈຳເປັນພາວະວິໄສ ໃນການອອກມະຕິເລກທີ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໜ່, ທັດສະນະ ແລະ ແນວຄິດຊີ້ນໍາຂອງພັກ, ເປົ້າໜາຍສູ້ຊົນປີ 2026 ແລະ ວິໄສທັດປີ 2030 ລວມທັງບັນດາເເຜນນະໂຍບາຍ ແລະ ມາດຕະການຕົ້ນຕໍ. ສໍາລັບວິທະຍຸກະຈາຍສຽງແຫ່ງຊາດລາວ ການສ້າງເສດຖະກິດເປັນເຈົ້າຕົນເອງ ໃນນາມເປັນອົງການຈັດຕັ້ງລັດ ແລະ ຫັນເປັນກຸ້ມຕົນເອງ ຕ້ອງເປັນເຈົ້າການຜັນຂະຫຍາຍມະຕິສະບັບນີ້ ເຂົ້າໃນການບໍລິຫານ ແລະ ພັດທະນາອົງກອນຕົນ ເພື່ອຫຼຸດຜ່ອນການແບກຫາບງົບປະມານລັດ ແລະ ກ້າວສູ່ຄວາມເຂັ້ມແຂງດ້ວຍຕົນເອງ ເປັນຕົ້ນ: ການປະຕິຮູບກົນໄກການເງິນ ແລະ ຫັນໄປສູ່ການກຸ້ມຕົນເອງ,ການປະຢັດຕ້ານການຟູມເຟືອຍ ແລະ ຍົກສູງປະສິດທິພາບລາຍຈ່າຍ, ການປັບປຸງກົງຈັກ ແລະ ພັດທະນາຊັບພະຍາກອນມະນຸດ ລວມທັງວຽກງານອື່ນໆ.
ພາບ ຂ່າວ: ວສລ