ກົມອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຈັດຕັ້ງຝຶກອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມ.

ໃນລະຫວ່າງວັນທີ 25-26 ກັນຍາ 2026 ຢູ່ທີ່ສະໂມສອນ ສໍານັກງານປົກຄອງເມືອງປາກງື່ມ ນະຄອນ ຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມວຽກງານອົບຮົມໃຫ້ແກ່ພະນັກງານໂຄສະນາອົບຮົມຂັ້ນຕ່າງໆ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ສະຫາຍ ຄຳສະຫວັນ ໂຄດໄຊ ກຳມະການພັກ, ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ແລະ ສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍພະນັກງານມາຈາກກົມອົບຮົມ, ນັກສຳມານາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ, ເຂົ້າຮວ່ມຈໍານວນ 35 ສະຫາຍ, ຍິງ 18 ສະຫາຍ.

ໃນການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະພະນັກງານໂຄສະນາອົບຮົມແຕ່ລະຂັ້ນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານສຶກສາອົບຮົມຂອງພັກເຮົາ, ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ປະກອບມີ 5 ບົດຄື: ບົດທີ 1 ວຽກງານໂຄສະນາອົບຮົມຂອງພັກ, ບົດທີ 2 ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ບົດທີ 3 ການຂຽນ ແລະ ການປັບປຸງເອກະ ສານອົບຮົມ, ບົດທີ 4 ການບັນລະຍາຍເອກະສານອົບຮົມ, ບົດທີ 5 ການສ້າງແຜນການ ແລະ ການຈັດຕັ້ງຝຶກອົບຮົມ.

ໃນໂອກາດດັ່ງກ່າວ ສະຫາຍ ຄຳສະຫວັນ ໂຄດໄຊ ກຳມະການພັກ, ຫົວໜ້າຄະນະໂຄສະນາອົບຮົມນະ ຄອນຫຼວງວຽງຈັນ ໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດຝຶກອົບຮົມວ່າ: ຊຸດຝຶກອົບຮົມວຽກງານອົບຮົມຄັ້ງນີ້ເປັນຊຸດເປີດສາກໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ຕິດພັນກັບວຽກງານການເມືອງ-ແນວຄິດ ກໍຄືວຽກໂຄສະ ນາອົບຮົມແຕ່ນີ້ຮອດ 5 ປີ ໃນຕໍ່ໜ້າໃຫ້ຫັນໄປສູ່ຄຸນນະພາບໃໝ່ ຕາມທິດແຂງແຮງເລິກເຊິ່ງ ແລະ ຮອບດ້ານຂອງພັກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ, ເພື່ອຍົກສູງວຽກງານໜ້າທີ່ຮັບຜິດຊອບຂອງຕົນ, ທັງຮຽກຮ້ອງໃຫ້ບັນດານັກສໍາມະນາກອນຜູ້ທີ່ເຂົ້າຮ່ວມການຝຶກອົບຮົມ ຈົ່ງພ້ອມກັນນໍາເອົາບົດຮຽນໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນສູງ.

 

+ ພາບ-ຂ່າວ: ນາງ ສາຍຄຳ ແກ້ວສະໜອນ