ຄະນະໂຄສະນາອົບຮົມສູນກາງພັກມອບປຶ້ມ “ຕາມຮອຍເສັ້ນທາງປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນແຜ່ນດິນລາວ” ໃຫ້ແກ່ຄອບຄົວການນຳພັກ-ລັດ.

ຄະນະໂຄສະນາອົບຮົມສູນກາງພັກມອບປຶ້ມ ຕາມຮອຍເສັ້ນທາງປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນແຜ່ນດິນລາວ ໃຫ້ແກ່ຄອບຄົວການນຳພັກ-ລັດ.

    ໃນຕອນບ່າຍ ວັນທີ 01 ສິງຫາ 2022 ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະໄດ້ໄປມອບປຶ້ມຕາມຮອຍເສັ້ນທາງປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນແຜ່ນດິນລາວ ໃຫ້ ທ່ານ ນ. ວຽງເງີນ ໄຂຄຳພິທູນ ອະດີດຮອງຫົວໜ້າສະຖາບັນການຕ່າງປະເທດ, ຕາງໜ້າຄອບຄົວການນໍາ ຈໍານວນ 60 ຫົວ.

ໃນພິທີ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ລາຍງານໃຫ້ຮູ້ຕື່ມວ່າ ປື້ມເຫຼັ້ມນີ້ໄດ້ພິມເປັນພາສາລາວ ແລະ ພາສາຫວຽດ ນາມ ແລະໄດ້ນໍາໄປແຈກຢາຍໃນງານໂຮມຊຸມນຸມສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງເປັນປື້ມທີ່ມີເນື້ອໃນສຳຄັນຫຼາຍ ໃນການຄົ້ນຄວ້າສຶກສາຮຽນຮູ້ ກ່ຽວກັບທີ່ຕັ້ງຍຸດທະສາດຂອງກຳລັງປະຕິວັດລາວ ແລະ ຫວຽດນາມຢູ່ສາຍພູຫຼວງ ແລະ ເສັ້ນທາງຍຸດທະສາດໂຮ່ຈີມິນ ທີ່ຍາວຢຽດຕັ້ງແຕ່ພາກກາງລົງຮອດພາກໃຕ້ສຸດຂອງ ສ ປປລາວ. ການຮ່ວມທຸກຮ່ວມສຸກກັນລະຫວ່າງລາວ-ຫວຽດນາມໃນເມື່ອກ່ອນທີ່ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອ ແລະ ເຫື່ອແຮງເພື່ອໄຊຊະນະ ແລະ ອຸດົມການຂອງການປະຕິວັດທັງສອງປະເທດ; ການພົວພັນຮ່ວມມືແບບພິເສດລະຫວ່າງສອງຊາດລາວ ແລະ ຫວຽດນາມອ້າຍນ້ອງທີ່ໄດ້ຜ່ານການທົດສອບ ແລະ ຫຼໍ່ຫຼອມໃນແປວໄຟຂອງສົງຄາມອັນດຸເດືອດທີ່ສຸດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງບົນແຜ່ນດິນລາວ.

ໃນພິທີ ທ່ານ ນ. ວຽງເງີນ ໄຂຄຳພິທູນ ອະດີດຮອງຫົວໜ້າສະຖາບັນການຕ່າງປະເທດໄດ້ ຕ່າງໜ້າໃຫ້ຄອບຄົວການນຳ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະໂຄສະນາອົບຮົມສູນກາງພັກ ແລະ ຍ້ອງຍໍຊົມເຊີຍ ຄະນະພັກ ຄະນະນຳ ທີ່ໄດ້ເອົາໃສ່ໃຈຊີ້ນຳຢ່າງໃກ້ຊິດໃນການຄົ້ນຄວ້າ ແລະ ຈັດພິມຈົນສຳເລັດກາຍເປັນປື້ມທີ່ມີຄຸນຄ່າທາງດ້ານປະຫວັດສາດການຕໍ່ສູ້ ແລະ ມີຄຸນຄ່າທາງດ້ານຈິດໃຈຂອງປະຊາຊົນລາວ-ຫວຽດນາມ, ມີຄຸນຄ່າອຸດົມສົມບູນທີ່ສຸດອັນເຕັມໄປດ້ວຍຈິດໃຈສາມັກຄີປອງດອງ ແລະ ນ້ຳໃຈອັນສູງສົ່ງຂອງອ້າຍນ້ອງລາວ-ຫວຽດນາມ. ຂ້າພະເຈົ້າຈະນຳເອົາປຶ້ມດ່ັງກ່າວ ໄປໂຄສະນາເຜີຍແຜ່ໃຫ້ບັນດາຄອບຄົວການນຳ, ສຳເນົາໄວ້ໃນຫ້ອງສະໝຸດຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າໄດ້ອ່ານ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດການຕໍ່ສູ້ຮ່ວມຂຸມຄອງດຽວກັນຂອງສອງຊາດລາວ-ຫວຽດນາມ.