System

ເປີດຊຸດຝຶກອົບຮົມວຽກງານ 3 ສ້າງ ແລະ ຊາຍແດນ ໃຫ້ເລຂາໜ່ວຍພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ບ້ານໃຫຍ່, ບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ.

                         ໃນວັນທີ 4-5 ກຸມພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ສຸຂຸມາ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ​ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນຢູ່ບ້ານໃຫຍ່ ບ້ານຫຽງ ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ; ຫົວໜ້າໜ່ວຍງານ ທີ່ມາຈາກ 5 ບ້ານ ແລະ 2 ກຸ່ມບ້ານ

ກອງປະຊຸມປຶກສາຫາລືໃນການກະກຽມຄວາມພ້ອມເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄອສພ ຄັ້ງທີ V.

ກອງປະຊຸມປຶກສາຫາລືໃນການກະກຽມຄວາມພ້ອມເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄອສພ ຄັ້ງທີ V.              ໃນວັນທີ10ກຸມພາ2025, ຢູ່ທີ່ຫ້ອງປະຊຸມໂຕະມົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືໃນການກະກຽມເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄອສພ ຄັ້ງທີ V ໂດຍໃຫ້ກຽດເປັນ ປະທານ ຂອງສະຫາຍ         ນ ວິລະວອນ ພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳວຽກງານ3ອົງການຈັດຕັ້ງມະຫາຊົນພາຍໃນ ຄອສພ, ມີຄະນະບໍລິຫານງານຊາວໜຸ່ມ ຄອສພ ແລະ ບັນດາຄະນະໜ່ວຍພາຍໃນຄະນະໂຄສະນາອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 4 24