ເອກະສານໂຄສະນາ -ປາຖະກະຖາວັນຊາດທີ 2 ທັນວາຄົບຮອບ46ປີ( 2 ທັນວາ 1975 -2 ທັນວາ 2021)
ເອກະສານໂຄສະນາ -ປາຖະກະຖາວັນຊາດທີ 2 ທັນວາຄົບຮອບ46ປີ( 2 ທັນວາ 1975 -2 ທັນວາ 2021)
ເອກະສານໂຄສະນາ -ປາຖະກະຖາວັນຊາດທີ 2 ທັນວາຄົບຮອບ46ປີ( 2 ທັນວາ 1975 -2 ທັນວາ 2021)
ໃນວັນທີ 26 ພະຈິກ 2021, ພະນັກງານ, ນັກຮົບແນວຄິດ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ໄດ້ນຳພາພະນັກງານລັດຖະກອນພາຍໃນ ຄອສພ ເດີນທາງໄປ ທັດສະນະສຶກຂີ່ລົດໄຟຄວາມໄວສູງລາວ-ຈີນ ຢູ່ທີ່ ສະຖານນີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ.
ໃນຕອນບ່າຍວັນທີ 24 ພະຈິກ 2021 ທີ່ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໂດຍຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ຕາງໜ້າ ຄອສພເຂົ້າຮ່ວມແມ່ນ ທ່ານ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມຈັດຕັ້ງພະນັກງານພ້ອມດ້ວຍຄະນະກົມ ແລະ ຫົວໜ້າພະແນກ ເຊິ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຂອງ ຄອສພ.