ເພສກົມອົບຮົມ

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ ເພື່ອຊຸກຍູ້ສົ່ງເສີມພະນັກງານ, ສ້າງການຫັນປ່ຽນຄຸນນະພາບດ້ານວິຊາສະເພາະ ຕາມທິດຫັນເປັນມືອາຊີບ,

ກຸ່ມບ້ານໝາກເຟືອງ ເມືອງນາກາຍ ແຂວງຄຳມ່ວນ ໄດ້ຮັບການອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ແລະ ປະຊາຊົນຢູ່ລຽບຕາມຊາຍແດນ

           ໃນ​ລະ​ຫວ່າງວັນ​ທີ 28-29 ກໍ​ລະ​ກົດ ປີ 2022 ຜ່ານ​ມານີ້ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ນາ​ກາຍ ຈັດ​ຕັ້ງ​ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ດ້ານ​ການ​ເມືອງ-ການ​ປົກ​ຄອງ ແລະ ການ​ສ້າງ​ບ້ານ​ພັດ​ທະ​ນາ, ປະ​ຊາ​ຊົນຢູ່​ລຽບ​ຕາມ​ຊາຍ​ແດນ ຊຶ່ງ​ໄດ້​ຈັດ​ຂຶ້ນຢູ່​ທີ່​ຫ້ອງ​ການ​ບ້ານ ​ບ້ານ​ໝາກ​ເຟືອງ ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ແສງ​ແກ້ວ ພະ​ຄຸນ​ທອງ ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ນາ​ກາຍ, ​ ທ່ານ ຄຳ​ເຄນ​ ຈັນ​ທະ​ວົງ ຫົວ​ໜ້າ​ກົມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ມີ​ທ່ານ ອຸ​ດອນ ສຸກ​ທິ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ​.

ການຈັດອົບຮົມການເມືອງ-ແນວຄິດໃຫ້ແກ່ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເມືອງສາມັກຄີໄຊ ແຂວງອັດຕະປື

ຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງ​ປະ​ຊຸມ​ຂອງຄະນະໂຄສະນາອົບຮົມ​ແຂວງ​ອັດຕະປືໃນວັນທີ    19/07/ 2022 ຊຶ່ງໄດ້ດຳ​ເນີນ​ໄປ 1 ວັນ ພາຍໃຕ້ການເປັນປະທານເປີດ, ປິດ ແລະ ໃຫ້ການໂອ້ລົມ​ຂອງສະ​ຫາຍ ນາງ ບຸນນານ ບຸນນະແສງ ກຳມະການ​ປະ​ຈຳ​ພັກ​ແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື, ມີສະ​ຫາຍ​ ຄຳ​ກອງ ທຳ​ມະ​ເທວາ ກຳມະພັກ ຮອງ​ຫົວ​ໜ້າ​ກົ​ມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ສ​ະ​ຫາຍ ຄຳໝັ້ນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງສາມັກຄີໄຊ.

ອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ

 ໃນວັນທີ 14-16/6/2022 ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກສົມທົບກັບໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ໃຫ້ ຄູ-ອາຈານສອນ ຢູ່ໂຮງຮຽນມັດທະຍົມອ້ອມຂ້າງເທດສະບານ ແຂວງວຽງຈັນ ທັງພາກລັດ ແລະ ເອກະຊົນຢູ່ທີ່ສະໂມສອນ ເມືອງ​ທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງທຸລະຄົມ, ທ່ານ ສົມຄິດ ອິນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.   ຊຸດອົບຮົມຄັ້ງນີ້ມີຄູ-ອາຈານສອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມອົບຮົມທັງໝົດ 39 ທ່ານ, ຍິງ 26 ທ່ານ. ໃນນັ້ນ, ມີສະມາຊິກພັກຈຳນວນ 39 ສະຫາຍ, ຍິງ 26 ສະຫາຍ, ອຳນວຍການໂຮງຮຽນ 5 ທ່ານ ແລະ ຮອງອຳນວຍການໂຮງຮຽນ 3 ທ່ານ, ຍິງ 2 […]

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກ ປ່ຽນບົດຮຽນ ກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກປ່ຽນບົດຮຽນກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.     ໃນຕອນເຊົ້າ ວັນທີ 27/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມອົບຮົມ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ. ກົມອົບຮົມ ສູນກາງຊາວໜຸ່ມມີຜູ້ເຂົ້າຮ່ວມ 6 ທ່ານ ຄື: ທ່ານ ນ. ແກ້ວອຸດອນ ແສງມະນີວົງ ຄະນະພັກ ຫົວໜ້າກົມອົບຮົມຊາວໜຸ່ມ, ທ່ານ ຢ່າງປາວ ປ່າເຢ້ວື່ ຮອງຫົວໜ້າກົມ, ທ່ານ ບັນດິດ ປານທອງຈັນ ຮອງຫົວໜ້າກົມ, ທ່ານ ຄໍາສີ ສີຫາວົງ ຫົວໜ້າພະແນກ, ທ່ານ ຈັນພອນ ຊົ່ງເລັ່ງວ່າງ ຫົວໜ້າພະແນກ ແລະ ທ່ານ ນ. ວິກກີ້ ສີສົມບັດ ວິຊາການ; ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ເຂົ້າຮ່ວມ 8 ທ່ານ […]

1 2 3 4 5 7