ຄອສພ ປາຖະກະຖາຜົນສໍາເລັດຂອງກອງປະຊຸມຄົບຄະນະຄັ້ງທີ 3 ພັກກອມມູນິດຈີນ ສະໄໝທີ XX
ຄອສພ ປາຖະກະຖາຜົນສໍາເລັດຂອງກອງປະຊຸມຄົບຄະນະຄັ້ງທີ 3 ພັກກອມມູນິດຈີນ ສະໄໝທີ XX ໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງພິທີປາຖະກະຖາ ຜົນສໍາເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 3
ຄອສພ ປາຖະກະຖາຜົນສໍາເລັດຂອງກອງປະຊຸມຄົບຄະນະຄັ້ງທີ 3 ພັກກອມມູນິດຈີນ ສະໄໝທີ XX ໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງພິທີປາຖະກະຖາ ຜົນສໍາເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 3
ໃນຕອນເຊົ້າວັນທີ 25 ກໍລະກົດ 2024 ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທິສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໂດຍຕິດພັນກັບການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວິທີຂຽນ ເອກະສານ ແລະ ທັກສະໃນການປາຖະກະຖາຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການ ຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະພັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ທ່ານ ນາງ ບົວລີ ບັນຊາລິດ ອະດີດຄະນະພັກ ຄະນະບໍລິ ຫານງານສະຫະພັນແມ່ຍິງ ຄອສພ, ບັນດາຫົວໜ້າ, ຮອງຫົວໜ້າໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 25/07/2024 ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ຫງວຽນຟູຈ້ອງ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ 2024ທີ່ຜ່ານມາ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ໃນໄລຍະທີ່ສະຫາຍມີຊີວິດຢູ່.
ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024, ໂດຍໂທລະເລກມີເນື້ອໃນດັ່ງນີ້: