ຂ່າວສານ ຄອສພ

ຄອສພ ເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ.

ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ກັບພະນັກງານຜູ້ທີ່ເຮັດວຽກງານສື່ມວນຊົນພາຍໃນ ຄອສພ ແລະ ບັນດາສື່ມວນຊົນ ຂອງອົງການພັກ ກ່ຽວກັບວຽກງານໂຄສະນາຜ່ານສື່. ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ຢູ່ທີຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ) ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ ຂຶ້ນ ໃຫ້ກຽດເປັນປະທານ ແລະ ກ່າວເປີດຝຶກອົບຮົມ ໂດຍ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄອສພ, ມີ ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນໍາວຽກງານໂຄສະນາຜ່ານສື່, ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ, ພະນັກງານກົມໂຄສະນາ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ວາລະສານອາລຸນໃໝ່, ໜັງສືພິມປະຊາຊົນ, ວາລະສານກໍ່ສ້າງພັກ, ວາລະສານກວດກາ ແລະ ວາລະສານປ້ອງກັນຊາດເຂົ້າຮ່ວມ 36 […]

ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄະນະໂຄ ສະນາອົບຮົມສູນກາງພັກໄປທັດສະນະຢູ່ ພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ.

ໃນວັນທີ 20 ກັນຍາ 2023 ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປທັດສະນະຢູ່ ພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ ເຊິ່ງນໍາພາໂດຍ ຄະນະຮັບຜິດຊອບ ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ຄະນະ   ຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄອສພ ແລະ ນັກສຶກສາ ຈໍານວນ 34 ສະຫາຍ, ຍິງ 17 ສະຫາຍ.ໃນໂອກາດດັ່ງກ່າວ ບັນດານັກສຶກສາໄດ້ເຂົ້າສະແດງຄວາມຂໍ່ານັບຕໍ່ໜ້າຮູບປັ້ນທ່ານ ໄກສອນ ພົມວິຫານ ແລະ ຮັບຟັງການບັນຍາຍຜົນງານການເຄື່ອນໄຫວປະຕິ ວັດ, ແບບແຜນດຳລົງຊີວິດ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິ ວັດຢ່າງເດັດຂາດ ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ພິລະອາດຫານ, ເດັດດ່ຽວໜ້ຽວແໜ້ນ ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, […]

ພິທີເຊັນບົດບັນທຶກຄວາມເຂົ້າໃຈ( MOU ) ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນວັນທີ 15 ກັນຍາ 2023 ທີ່ໂຮງແຮມ ດອນຈັນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ໃຫ້ກຽດຮ່ວມລົງນາມຄັ້ງນີ້ມີ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ບັນດິດ ສາດສະ ດາຈານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ແກ້ວວີສຸກ ໂສລາພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ […]

ມະຫາວິທະຍາໄລແຫ່ງຊາດ ຈັດພິທີປາຖະກະຖາ ວັນເກີດທ່ານ ປະທານ ສຸພານຸວົງ ຄົບຮອບ 114 ປີ

ມະຫາວິທະຍາໄລແຫ່ງຊາດ ຈັດພິທີປາຖະກະຖາ ວັນເກີດທ່ານ ປະທານ ສຸພານຸວົງ ຄົບຮອບ 114 ປີ         ວັນທີ 1 ກັນຍາ 2023 ຜ່ານມານີ້ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ ( 13 ກໍລະກົດ 1909-13 ກໍລະກົດ 2023 ). ໃຫ້ກຽດປາຖະກະຖາ ໃນຄັ້ງນີ້ ໂດຍ ທ່ານ ນ. ວິລະວອນ ພັນທະວົງ, ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ ທ່ານ ຄໍາເຟືອງ ລໍວັນໄຊ, ຄະນະພັກ, ຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ, ມີຄະນະພັກ, ຄະນະວິຊາໃນທົ່ວ ມຊ  ຈຳນວນ 291 ຄົນ, ຍິງ 113 ຄົນ […]

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດ ຖະທໍາມະນູນຄົບ ຮອບ 32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິ ຫານງານພັກ ຄັ້ງທີ 6 ສະໄຫມທີ XI.

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດ ຖະທໍາມະນູນ ຄົບຮອບ32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄຫມທີ XI. ໃນວັນທີ 29 ສິງຫາ 2023 ຜ່ານມາ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ,ວັນລັດຖະທໍາມະນູນ ຄົບຮອບ32 ປີ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 6 ສະໄຫມທີ XI, ຂຶ້ນທີ່ ສະໂມສອນໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະ ດີສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, […]

1 23 24 25 26 27 72