ຂ່າວສານ ຄອສພ

ພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຢ່າງເປັນທາງການ.

ພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຢ່າງເປັນທາງການ. ໃນຕອນເຊົ້າຂອງ ວັນທີ 28 ສິງຫາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (ອົງການ UNDP) ປະຈຳ ສປປ ລາວ ໄດ້ຈັດພິທີເປີດການນຳໃຊ້ລະບົບບໍລິການພາກລັດປະຕູດຽວ (Gov-X) ຂື້ນ ທີ່ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີລັດຖະມົນຕີຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ມີຮັກສາການຜູ້ບໍລິຫານຈາກອົງການ UNDP ປະຈຳ ສປປ ລາວ , ບັນດາທ່ານລັດຖະມົນຕີ, ຫົວໜ້າ ແລະ ຄະນະຫ້ອງການ ຈາກບັນດາກະຊວງ, ອົງການ, ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາບໍລິສັດໂທລະຄົມ, ຄະນະຫ້ອງການ ແລະ ກົມ/ທຽບເທົ່າ […]

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 73 ປີທີ່ຈະມາເຖິງນີ້.

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 73 ປີທີ່ຈະມາເຖິງນີ້. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 73 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ເປັນວັນທີ່ມີຄວາມເອກອ້າງທະນົງໃຈຂອງສື່ມວນຊົນລາວ ຊຶ່ງເປັນປາກກະບອກສຽງຂອງພັກ-ລັດ ເປັນນັກຮົບປະຕິວັດທີ່ມີຄວາມກ້າແກ່ນອາດຫານ ຜ່ານຜ່າທຸກອຸປະສັກນາໆປະການ ເປັນສື່ທີ່ນໍາເອົາແນວທາງ, ມະຕິ, ຄຳສັ່ງຕ່າງໆຂອງພັກ-ຂອງລັດມາຜັນຂະຫຍາຍ, ເຜີຍແຜ່ລົງສູ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ. ໃນໂອກາດທີ່ມີຄວາມໝາຍສໍາຄັນ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ເປັນວັນທີ່ມີຄວາມໝາຍສຳຄັນສຸດ ຊຶ່ງພັກ-ລັດຖະບານ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ເພາະວຽກງານສື່ມວນຊົນເປັນວຽກງານທີ່ເປັນກະ ບອກສຽງ ເປັນວຽກງານທີ່ເປັນເສນາທິການໃຫ້ແກ່ພັກ-ລັດຂອງພວກເຮົາ, ສື່ທີ່ເປັນກະບອກສຽງຂອງພັກ-ລັດນີ້ມີຄວາມເຕີບໃຫຍ່ເຂັ້ມແຂງເປັນແຕ່ລະໄລຍະ ຊຶ່ງພາຍໃຕ້ການນຳພາຂອງຄະນະພັກແຕ່ລະຂັ້ນ ໂດຍສະເພາະອົງ ການທີ່ກ່ຽວຂ້ອງພາຍໃຕ້ການຊີ້ນຳໆພາຂອງອົງການປົກຄອງຂອງພວກເຮົານີ້, […]

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ       ໃນວັນທີ 3 ສິງຫາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ​ເປີດຊຸດຮຽນທິດ​ສະ​ດີການ​ເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານ ແລະ

ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ກາງສະໄໝທີ XI ທີ່ຈຸດທາບທາມແຂວງອຸດົມໄຊ.

ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ກາງສະໄໝທີ XI ທີ່ຈຸດທາບທາມແຂວງອຸດົມໄຊ. ໃນວັນທີ່ 24 ກໍລະກົດ 2023 ນີ້ ທີ່່ສະໂມສອນແຂວງອຸດົມໄຊ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິະຫານງານພັກແຂວງ 4 ແຂວງພາກເໜືອຄື: ອຸດົມໄຊ, ຜົ້ງສາລີ ,ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ລວມທັງໝົດ 123 ຍີງ 16 ສະຫາຍ. ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ຈຸດປະສົງ, ລະດັບຄາດໝາຍ ແລະ ຄວາມສຳຄັນຂອງຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ມາດ ຕະຖານລວມ, ມາດຕະຖານສະເພາະ ຂອງຄະນະບໍລິຫານງານສູນກາງພັກ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງພັກ, ໂອກາດນີ້ ສະຫາຍຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ມີຄໍາຄິດເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາຕໍ່່ກັບການທາບທາມຄັ້ງນີ້ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ ດ້ານອ່ອນຂໍ້ຄົງຄ້າງ […]

ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023).

ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023, ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ຕາງໜ້າບັນດາກົມ, ອົງການຈັດຕັ້ງມະຫາຊົົົນ, ຄະນະສະຫະພັນແມ່ຍິງ, ຫົວໜ້າໜ່ວຍແມ່ຍິງ, ຮອງໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ. ເນື່ອງໃນໂອກາດ ຄໍານັບຮັບຕ້ອນ […]

1 24 25 26 27 28 72