ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ທີ່ສໍາເລັດການສຶກສາຄົ້ນຄວ້າປະລິນຍາໂທໄດ້ມອບປື້ມວິທະຍານິພົນຂອງຕົນໃຫ້ ແກ່ຫ້ອງສະໝຸດ ຄອສພ
ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ທີ່ສໍາເລັດການສຶກສາຄົ້ນຄວ້າປະລິນຍາໂທໄດ້ມອບປື້ມວິທະຍານິພົນຂອງຕົນໃຫ້ ແກ່ຫ້ອງສະໝຸດ ຄອສພ
ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ທີ່ສໍາເລັດການສຶກສາຄົ້ນຄວ້າປະລິນຍາໂທໄດ້ມອບປື້ມວິທະຍານິພົນຂອງຕົນໃຫ້ ແກ່ຫ້ອງສະໝຸດ ຄອສພ
ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໃນວັນທີ 05 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ5 ຄະນະໂຄສະນາອົບຮົມສູນກາງພັກ ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຕາງໜ້າເລຂາໜ່ວຍພັກຂື້ນມີຄຳເຫັນຕໍ່ສອງສະຫາຍສະມາຊິກພັກສຳຮອງທີ່ຈະເລື່ອນຂຶ້ນເປັນສະມາຊິກພັກສົມບູນໃນຄັ້ງນີ້ວ່າ: ການສືບຕໍ່ສ້າງພະນັກງານສືບທອດຜູ້ທີ່ມີຕາມມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງ, ການກໍ່ສ້າງສະມາຊິກພັກຜູ້ຫ້າວຫັນແມ່ນແນໃສເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານໃຫ້ເປັນກຳລັງແຮງໜຸ່ມແໜ້ນເພື່ອສືບທອດພາລະກິດຂອງພັກໃນອະນາຄົດ. ຫຼັງຈາກນັ້ນກໍໄດ້ຈັບມືຮັບເອົາ 2 ສະຫາຍສະມາຊິກພັກສົມບູນໃໝ່ເຂົ້າດຳເນີນຊີວິດໜ່ວຍພັກແຕ່ລະກົມຕາມກົດລະບຽບຂອງພັກ. ໃນຕອນທ້າຍພິທີ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກພັກໃໝ່ ທັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ນີ້ຈົ່ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຢ່າງເຂັ້ມງວດໂດຍສະເພາະ 11 ຂໍ້ຫ້າມ, ສິດຂອງສະມາຊິກພັກສົມບູນ 11 ຂໍ້, […]
ຜົນສຳເລັດການເຂົ້າຮ່ວມສຳມະນາໃນຫົວຂໍ້ ຍົກລະດັບຂິດຄວາມສາມາດ ຄັງປັນຍາລະດັບສູງສຳລັບບັນດາປະເທດອາຊຽນ
ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບປື້ມໃຫ້ແກ່ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ.
ໜ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສະຫຼຸບຕີລາຄາປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແໜ້ນ ປະຈໍາປີ 2024. ໃນຕອນເຊົ້າວັນທີ 11ພະຈິກ 2024 ຫນ່ວຍພັກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສະຫລຸບຕີລາຄາປະເມີນສະມາຊິກພັກ ແລະ ໜ່ວຍພັກປອດໃສ,