ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຝຶກອົບຮົມ ວຽກງານໄອທີ. ໃນວັນທີ 29-30 ເມສາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດຊຸດຝຶກອົບຮົມຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ., ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ, ຄະນະກວດກາແຂວງແລະ ເມືອງເຂົ້າຮ່ວມ ທັງໝົດ 20 ທ່ານ,ຍິງ 11 ທ່ານ.
ໃນຕອນເຊົ້າຂອງ ວັນທີ 25 ມີນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກ ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປະຈໍາປີ 2024 ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວ ເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມ ມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ ບັນດາ ແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບວຽກງານເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກ ໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X). ໃນຕອນເຊົ້າວັນທີ 22 ມີນາ 2024 ສູນບໍລິຫານລັດດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈັດຝຶກອົບຮົມ ວຽກງານໄອທີ. ໃນວັນທີ 18-20 ມີນາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ຈັດຝຶກອົບຮົມວຽກງານໄອທີ
ໃນຕອນບ່າຍຂອງ ວັນທີ 29 ກຸມພາ 2024. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກັບ ກົມກວດກາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ໃຫ້ມີຄວາມທັນສະໄໝ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ4 ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ຮອງຫົວຫນ້າກົມກວດກາ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ວິຊາການກົມກວດກາ , ຮອງຫົວຫນ້າພະແນກ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ເຂົ້າຮ່ວມ.