ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກິດຈະກຳ “ວັນແຫ່ງການສົນທະນາລະຫວ່າງອາລະຍະທຳສາກົນ” ປະຈຳປີ 2026
ໃນວັນທີ 10 ມິຖຸນາ 2026 ທີ່ຜ່ານມາ, ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳ “ວັນແຫ່ງການສົນທະນາລະຫວ່າງອາລະຍະທຳສາກົນ” ປະຈຳປີ 2026 ຂຶ້ນຢ່າງຈົບງາມ. ກິດຈະກຳຄັ້ງນີ້ ຈັດຂຶ້ນໃນໂອກາດສຳຄັນຂອງການຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນທາງການທູດລາວ-ຈີນ ແລະ “ປີມິດຕະພາບລາວ-ຈີນ”, ເປັນເວທີສຳຄັນໃນການສົ່ງເສີມການພົບປະ, ແລກປ່ຽນ ແລະ ຮຽນຮູ້ລະຫວ່າງອາລະຍະທຳ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄູ-ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ, ສື່ມວນຊົນລາວ-ຈີນ ແລະ ຜູ້ຕາງໜ້າຈາກອົງການວັດທະນະທຳ ລວມກວ່າ 100 ຄົນ. ພາຍໃນງານ, ໄດ້ຮັບຊົມວິດີໂອຄໍາປາໄສຂອງ ທ່ານ ຫວັງອີ້ ລັດຖະມົນຕີການກະຊວງການຕ່າງປະເທດຈີນ, ໂດຍເນັ້ນວ່າ ອາລະຍະທຳຕ່າງໆ ຄວນຢູ່ຮ່ວມກັນບົນພື້ນຖານຂອງຄວາມສະເໝີພາບ, ການເຄົາລົບ, ການຮຽນຮູ້ເຊິ່ງກັນ ແລະ ກັນ, […]
