ຂ່າວ

ພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານສູນກາງສະພັນກໍາມະບານລາວ

ໃນຕອນເຊົ້າ ຂອງວັນທີ 29 ເດືອນຕຸລາ 2026 ສູນກາງສະຫະພັນກໍາມະບານລາວ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ພາຍໃຕ້ການເປັນປະທານຮ່ວມ ແລະ ປິດພິທີ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກໍາມະບານລາວ ເຂົ້າຮ່ວມມີບັນດາຕາງໜ້າກົມຈາກສູນກາງສະຫະພັນກໍາມະບານລາວ ແລະ ຫົວໜ້າກົມອົບຮົມ, ຫົວໜ້າພະເແນກອົບຮົມພະນັກງານ ແລະ ສະມາຊິກພັກ (ກອຮ) ຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບ ຜິດຊອບຊຸດຝຶກອົບຮົບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ, ຍິງ 28 ສະຫາຍ. ໃນພິທີ ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບ (ສກລ) ໄດ້ຂຶ້ນຜ່ານບົດສະຫຼຸບຜົນການບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກຮົບຮົມ ເນື້ອໃນ, […]

40 ປີ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ວາລະສານ “ໂຄສະນາ”

ໃນຕອນບ່າຍ ຂອງວັນທີ 28 ຕຸລາ 2026 ທີ່ຫ້ອງປະຊຸມໃຫຍ່ (ຫຼັກ 6) ຂອງຄະນະໂຄສະນາອົບຮົມສູນກາງພັກ, ກົມໂຄສະນາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວາລະສານ “ໂຄສະນາ” ຄົບຮອບ 40 ປີ (ວັນທີ 28 ຕຸລາ 1986-28 ຕຸລາ 2026) ຂຶ້ນ ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານ ຂອງທ່ານ ປອ ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ-ຄະນະນໍາ ຂອງ ຄອສພ, ບັນດາພະນັກງານອາວຸໂສບໍານານ ອະດີດຫົວໜ້າຄະນະບັນນາທິການ ວາລະສານ “ໂຄສະນາ”, ແຂກຖືກເຊີນ ແລະ ພະນັກງານ ຂອງກົມໂຄສະນາ ເຂົ້າຮ່ວມ.   ໃນພິທີ, ທ່ານ ບົວໄລ ພານຸວົງ, ຄະນະພັກ ຄອສພ, ຫົວໜ້າກົມໂຄສະນາ ທັງເປັນຫົວໜ້າຄະນະບັນນາທິການ ວາລະສານ […]

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ນໍາພາຄະນະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ ເມືອງນານ.

ໃນຕອນເຊົ້າວັນທີ 23 ສິງຫາ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ,ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ຮອງປະທານສະພາທິດສະດີສູນກາງພັກ,ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 19 ສິງຫາ 2026ຜ່ານມາ ຈຳນວນ 5 ບ້ານ ຢູ່ເມືອງນານ ແຂວງ ຫຼວງພະບາງ ໃນນັ້ນ 2 ບ້ານ ໄດ້ຖືກນ້ໍາຖ້ວມເຮືອນມີ: ບ້ານສີບຸນເຮືອງ, ບ້ານນາເລົາ; ບ້ານທີ່ມີດິນເຈື່ອນ ມີ 3 ບ້ານ: ບ້ານ ໂພນໄຊ, ບ້ານນາເມືອງໃຫຍ່ ແລະ ບ້ານ ກາງ,ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ , ພ້ອມດ້ວຍການນໍາຂັ້ນແຂວງ ແລະ ພະນັກງານຫລັກແຫລ່ງເມືອງນານ ໃຫ້ການຕ້ອນຮັບ.      ທ່ານ ໄຊນະຄອນ ສຸດທິດາ […]

ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາລະນຶກ 100 ປີ “ຟີແດນ ກາສໂຕຼ ຣູດສ໌ ຜູ້ນໍາທາງປະຫວັດສາດ”

        ໃນວັນທີ 21 ສິງຫາ 2026 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ ສະມາຄົມມິດຕະພາບ ລາວ-ກູບາ, ຄະນະພົວພັນຕ່າງປະເທດສູນກາງ ແລະ ສະຖານທູດສາທາລະນະລັດ ກູບາ ປະຈຳລາວ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາ ເນື່ອງໃນໂອກາດ ລະນຶກ ຄົບຮອບ 100 ປີ “ ຟີແດນ ກາສໂຕຼ ຣູດສ໌ ຜູ້ນໍາທາງປະຫວັດສາດ ຂອງການປະຕິວັດກູບາ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ທ່ານ ນ. ແອນນາ ເອສເທີ ວຽນຕຼ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຖານທູດ ກູບາ ປະຈຳ ສປປ ລາວ, ທ່ານ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ […]

ທ່ານ ພູວົງ ກິດຕະວົງ ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການເງິນ ໃຫ້ກຽດບັນຍາຍເອກະສານ ໃນຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ໃນຕອນເຊົ້າ ວັນທີ 25 ພະຈິກ 2025 ນີ້, ທ່ານ ພູວົງ ກິດຕະວົງ ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງການເງິນໄດ້ໃຫ້ກຽດຂຶ້ນບັນຍາຍເອກະສານ ໃນບັ້ນຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

1 2