ວຽກງານການເມືອງ-ແນວຄິດ

ພ້ອມກັນຮໍ່າຮຽນເອົານໍ້າໃຈຮັກຊາດ ອຸດົມການອັນສູງສົ່ງ  ແລະ ຄຸນສົມບັດອັນຜ່ອງໃສ ຂອງປະທານໄກສອນ ພົມວິຫານ

                ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ແມ່ນໜຶ່ງໃນຜູ້ນຳທີ່ດີເດັ່ນ ຂອງພັກ -ລັດ ແລະ ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ມີນໍາ້ໃຈຮັກຊາດອັນດູດດື່ມ ແລະ ນໍ້າໃຈເສຍສະຫຼະເພື່ອຊາດ

ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ຕໍ່​ກັບ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ​ຂອງ​ພັກ

​ໃນ​ພາ​ລະ​ກິດ​ປ່ຽນ​ແປງໃໝ່, ພັກ​ເຮົາ​ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ການ​ເມືອງ​ແນວ​ຄິດ-ທິດ​ສະ​ດີ ​ເປັນ​ກົກ, ເປັນ​ວຽກ​ທີ່​ຕ້ອງ​ ເຮັດດຳເນີນຢ່າງ​ເປັນ​ປົກ​ກະ​ຕິ, ວຽກ​ງານ​ການ​ເມືອງ​ແນວ​ຄິດ ແມ່ນ​ວຽກ​ທີ່​ສຳ​ຄັນ, ມັນ​ເປັນ​ເສັ້ນ​ໄໝແດງທີ່​ສອດ​ຫ້ອຍ​ໄປ​ໃນ​ທຸກວຽກ​ງານ ຂອງຄະນະ​ພັກ​ທຸກ​ຂັ້ນ. ໂດຍ​ເຫັນ​ໄດ້​ຄວາມ​ສຳ​ຄັນ​ດັ່ງ​ກ່າວ, ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ (13/12/ 1920-13/12/2025)

ກອງປະຊຸມວຽກງານການເມືອງແນວຄິດຄັ້ງທີ V ເປີດຂຶ້ນທ່າມກາງສະພາບການຂອງໂລກມີການປ່ຽນແປງຄັ້ງໃຫຍ່

ກອງປະຊຸມວຽກງານການເມືອງແນວຄິດຄັ້ງທີ V ເປີດຂຶ້ນທ່າມກາງສະພາບການຂອງໂລກມີການປ່ຽນແປງຄັ້ງໃຫຍ່ ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ປີ 2022ໄດ້ຊີ້ໃຫ້ເຫັນວ່າໃນສອງທົດສະວັດຂອງຕົ້ນສະຕະວັດ ທີ 21 ນີ້ ໂລກໄດ້ຜ່ານຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ,

ບຸກທະລຸການເຮັດວຽກງານການເມືອງ-ແນວຄິດໃນໄລຍະໃໝ່

ບຸກທະລຸການເຮັດວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເພີ່ມທະວີການນໍາພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ. ວຽກງານການເມືອງ-ແນວຄິດ ແມ່ນໜຶ່ງໃນວຽກງານຂອງພັກ, ເປັນໜ້າທີ່ຍຸດທະສາດ, ປະກອບສ່ວນສໍາ ຄັນໃນການຮັກສາ ແລະ ເສີມຂະຫຍາຍບົດບາດນໍາພາຮອບດ້ານຂອງພັກໄປຕາມວັດຖຸປະສົງທີ່ກຳນົດໄວ້ ໃນ ເງື່ອນໄຂການພັດທະນາໄວແບບກ້າວກະໂດດຂອງໂລກ ໃນປັດຈຸບັນຮຽກຮ້ອງໃຫ້ພວກເຮົາຕ້ອງປ່ຽນແປງໃໝ່ ດ້ວຍຄວາມຮັບຮູ້, ເຫັນແຈ້ງບັນດາປັດໃຈທີ່ກະທົບຕໍ່ວຽກງານການເມືອງ-ແນວຄິດ ຈາກນັ້ນ, ສ້າງ ແລະ ຈັດຕັ້ງປະຕິບັດ ວິທີການດໍາເນີນວຽກງານເປັນລະບົບຄົບຊຸດ ເຮັດໃຫ້ວຽກງານການເມືອງ-ແນວຄິດ ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່. ປັດຈຸບັນປະເທດເຮົາ ພວມຢືນຢູ່ຕໍ່ໜ້າຄວາມທ້າທາຍອັນໃຫຍ່ຫຼວງ, ອັນເນື່ອງມາຈາກຜົນສະທ້ອນ ຂອງ ສະພາບການຢູ່ໃນໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງໄວວາ, ສັບສົນບວກກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ຄວາມຝືດເຄືອງໃນການດໍາລົງຊີວິດ, ຄວາມແຕກໂຕນດ້ານການພັດທະນາຢູ່ແຕ່ລະ ບ່ອນ, ບັນຫາຫຍໍ້ທໍ້ໃນສັງຄົມ, ການເສື່ອມຖອຍຂອງຄວາມເປັນແບບຢ່າງຂອງສະມາຊິກພັກ-ພະນັກງານ, ກົນ ອຸບາຍຫັນປ່ຽນໂດຍສັນຕິ ຂອງກໍາລັງປໍລະປັກຈາກພາຍນອກບວກກັບຜູ້ບໍ່ຫວັງດີຢູ່ພາຍໃນຕໍ່ປະເທດຊາດ ກຳລັງ ສຸມໃສ່ເຄື່ອນໄຫວຫຼາຍຮູບຫຼາຍແບບ ເພື່ອສົ່ງຜົນກະທົບເຖິງແນວຄິດ-ຈິດໃຈ ແລະ ການກະທໍາ ຂອງທຸກຊັ້ນຄົນໃນ ສັງຄົມກໍຄື ຕໍ່ຖັນແຖວສະມາຊິກພັກ, ພະນັກງານຂອງພວກເຮົາ ຢ່າງເປັນປະຈຳເຊິ່ງເປັນໜໍ່ແໜງຄວາມສ່ຽງຕໍ່ ຄວາມສະຫງົບທາງການເມືອງ ແລະ […]

ບາງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວຕໍ່ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ

ບາງຄຳເຫັນໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງສປປ ລາວຕໍ່ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ປັດຈຸບັນໂລກຂອງພວກເຮົາກຳລັງຜັນແປໄປຢ່າງສັບສົນ ເຊິ່ງມີຜົນກະທົບຕໍ່ປະເທດເຮົາໃນຫຼາຍດ້ານຕົ້ນຕໍແມ່ນທາງດ້ານແນວຄິດ,

1 2 3 4