ข่าวสาร (Card: 6 คอลัมน์)
ข่าวสาร (Card: 5 คอลัมน์)
ข่าวสาร (Card: 4 คอลัมน์)
ข่าวสาร (Card: 3 คอลัมน์)
ข่าวสาร (List: 3 คอลัมน์)
แสดงแบบ Card+Excerpt
ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.
ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີທີຈະມາເຖິງນີ້, ຂ້າພະເຈົ້າຂໍສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ພັກເຮົາໄດ້ເປັນແກນນໍາພັກໃນການວາງແນວທາງອັນຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະຫຍາຍຕົວ ແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບ ໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນອັນໄດ້ເຮັດໃຫ້ຊື່ສຽງ ແລະ ບົດບາດສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ. ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ […]
แสดงแบบ List: 2 คอลัมน์ ต่อจากด้านซ้าย (Offset=1)
ข่าวสาร (List+Excerpt: 1 คอลัมน์)
ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ.
ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ. ໃນວັນທີ 29-30 ທັນວາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ
ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ
ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 28-29 ພະຈິກ 2022 ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວ ແລະ ຊີ້ນໍາວຽກງານເກັບກໍາຫາງສຽງສັງຄົມ ຢູ່ແຂວງບໍ່ແກ້ວ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນໍາ ຂອງແຂວງ, ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມແຂວງ. ການເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້ແມ່ນ ໄດ້ເຂົ້າພົບ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສະພາບແນວຄິດ ກໍຄືຫາງສຽງສັງຄົມໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ […]
ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949- 20 ມັງກອນ 2022)
ໃນວັນທີ 19 ມັງກອນ 2021 ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະເຂົ້າອວຍພອນ ຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ນຳໂດຍ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ຕາງໜ້າໃຫ້ແກ່ຄະນະພັກ ຄະນະນຳ ຕະຫຼອດຮອດພະນັກງານນັກຮົມແນວຄິດທົ່ວປະເທດເຂົ້າອວຍພອນ ຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ