ຄອສພ

ກອງປະຊຸມສຳມະນາຫົວຂໍ້”ຈາກຍຸກ ICT-DIGITAL ສູ່ຍຸກ AI ໂລກຈະປ່ຽນເປັນຮູບແບບໃດໃນເມື່ອ AI ພັດທະນາຢ່າງກ້າວກະໂດດ”

   ໃນຕອນບ່າຍວັນທີ 10 ມັງກອນ 2024 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາຫົວຂໍ້”ຈາກຍຸກ ICT-DIGITAL ສູ່ຍຸກ AI ໂລກຈະປ່ຽນເປັນຮູບແບບໃດໃນເມື່ອ AI ພັດທະນາຢ່າງກ້າວກະໂດດ” ໃຫ້ແກ່ນັກພະນັກງານບັນດາກະຊວງ/ອົງການທຽບເທົ່າ ໃນນັ້ນ, ກໍມີຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມແນ່ໃສ່ເຮັດໃຫ້ບັນດາກະຊວງອົງການ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຢ່າງກ້າວກະໂດດຂອງAI.

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ.

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ.      ໃນວັນທີ 29 ກຸມພາ 2024 ຕາງໜ້າພະນັກງານຈາກຄະນະໂຄສະນາອົບຮົມສູນກາງພັກ  ຈຳນວນ 2 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ທີ່ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.