ຄອສພ

5ອົງການຕົ້ນຕໍທີ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ

      5ອົງການຕົ້ນຕໍທີ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອນຜູ້ອ່ານຫຼາຍທ່ານອາດຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈວ່າ ບັນດາອົງການທີ່ເຮັດວຽກໂຄສະນາສຶກສາອົບຮົມການເມືອງ-ແນວຄິດມີພາກສ່ວນໃດແດ່? ບັນດາອົງການທີ່ເຮັດວຽກດັ່ງກ່າວໂດຍກົງປະກອບມີ 5 ອົງການຄື: ໜຶ່ງ: ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ (ຄະນະໂຄສະນາອົບຮົມ ນະຄອນຫຼວງ, ແຂວງ ແລະ ເມືອງ) ເຊິ່ງອົງການເຫຼົ່ານີ້ ມີຄວາມຮັບຜິດຊອບໂດຍກົງ ແລະ ເປັນໃຈກາງ ໃນການເຮັດພາລະບົດບາດເປັນອົງການເສນາທິການໃນການຊີ້ນໍາການດໍາເນີນວຽກງານການເມືອງ-ແນວຄິດຂອງພັກທີ່ເຮັດໜ້າທີ່ ຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກໍາ, ໂຄສະນາ ປະຖະກະຖາ ແລະ ຈັດຕັ້ງການຄົ້ນຄວ້າເຊື່ອມຊຶມແນວທາງ ມະຕິເອກະສານຕ່າງໆຂອງພັກ; ອົບຮົມຄວາມຮູ້ດ້ານທິດສະດີ-ແນວທາງເພື່ອສ້າງທັດສະນະຄວາມຮັບຮູ້ທີ່ຖືກຕ້ອງເປັນເອະພາບ, ມີຄຸນທາດການເມືອງ-ຄຸນສົມບັດສິນທໍາທີ່ໜັກແໜ້ນ, ມີອຸດົມການ, ຄ່ານິຍົມ ແລະ ມານະຈິດໄປຕາມແນວທາງ ແລະ ຈຸດມຸ່ງໝາຍຂອງພັກ. ນອກນັ້ນຍັງຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້, ເສື່ອມຊາມ ທີ່ເກີດຂຶ້ນພາຍໃນພັກ ແລະ ຕໍ່ສູ້ຕ້ານແນວຄິດ-ຈິດຕະສາດກັບຝ່າຍກົງກັນຂ້າມ ໃນນັ້ນສື່ຕ່າງໆບໍ່ວ່າຈະເປັນສື່ສິ່ງພິມ (ໜັງສືພິມ, ວາລະສານ…) ແລະ ສື່ອິເລັກໂທຣນິກ (ວິທະຍຸ, ໂທລະພາບ, ອິນເຕີເນັດ…) ເຊິ່ງອົງການ […]

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຂະບວນການແຂ່ງຂັນຍິງປືນທີ່ສະໜາມຍິງປືນ 5ເມສາ.

      ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຂະບວນການແຂ່ງຂັນຍິງປືນທີ່ສະໜາມຍິງປືນ 5 ເມສາ.          ໃນວັນທີ 28 ກຸມພາ 2025 , ເນື່ອງໃນໂອກາດຊົມເຊີຍວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69ປີ ແລະ ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ,

ກອງປະຊຸມສຳມະນາຫົວຂໍ້”ຈາກຍຸກ ICT-DIGITAL ສູ່ຍຸກ AI ໂລກຈະປ່ຽນເປັນຮູບແບບໃດໃນເມື່ອ AI ພັດທະນາຢ່າງກ້າວກະໂດດ”

   ໃນຕອນບ່າຍວັນທີ 10 ມັງກອນ 2024 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາຫົວຂໍ້”ຈາກຍຸກ ICT-DIGITAL ສູ່ຍຸກ AI ໂລກຈະປ່ຽນເປັນຮູບແບບໃດໃນເມື່ອ AI ພັດທະນາຢ່າງກ້າວກະໂດດ” ໃຫ້ແກ່ນັກພະນັກງານບັນດາກະຊວງ/ອົງການທຽບເທົ່າ ໃນນັ້ນ, ກໍມີຕາງໜ້າໃຫ້ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມແນ່ໃສ່ເຮັດໃຫ້ບັນດາກະຊວງອົງການ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຢ່າງກ້າວກະໂດດຂອງAI.

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ.

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ.      ໃນວັນທີ 29 ກຸມພາ 2024 ຕາງໜ້າພະນັກງານຈາກຄະນະໂຄສະນາອົບຮົມສູນກາງພັກ  ຈຳນວນ 2 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ທີ່ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.