ລາວ

34 ປີ ການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ

ລັດຖະທຳມະນູນ ​ແຫ່ງ ສປປ ລາວ ແມ່ນກົດຫມາຍພື້ນຖານຂອງຊາດ ທີ່ຫັນເອົາແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານທີ່ມີຫລັກການຂອງພັກ ມາເປັນເນື້ອໃນພື້ນຖານ ເຊິ່ງໄດ້ກຳນົດແຈ້ງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ກົງຈັກການຈັດຕັ້ງລັດປະຊາທິປະໄຕປະຊາຊົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງຫມາຍຊາດ, ເພງຊາດ, ສະກຸນເງິນ ແລະ ນະຄອນຫລວງປະເທດ.

ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຣັດເຊຍ ເຂົ້າສູ່ລວງເລິກ

ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຣັດເຊຍ ເຂົ້າສູ່ລວງເລິກ           ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຣັດເຊຍ ທີ່ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີອະດີດສະຫະພາບໂຊວຽດ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອພາລະກິດປະຕິວັດ ຂອງສປປ ລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມື ຂອງພວກເຮົາມາຈົນເຖິງທຸກມື້ນີ້. ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນລະຫວ່າງ ລາວ–ຣັດເຊຍ ນັ້ນແມ່ນ ການ ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງ ລະຫວ່າງ ລາວ ແລະ ສະຫະພາບ ໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ໃນປີ 1975 ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫຼັງສົງຄາມທຳລາຍອັນໜັກໜ່ວງ, […]

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າພົບປະພິເສດກັບ ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າພົບປະພິເສດກັບ ລັດຖະມົນຕີກະຊວງຖະແຫຼ່ງຂ່າວກຳປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດສື່ມວນຊົນເອຊີຄັ້ງທີ 20 (20th Asia Media Summit) ທີ່ປະເທດກຳປູເຈຍເປັນເຈົ້າພາບນີ້ ເຊິ່ງຈັດຂຶ້ນໃນວັນທີ 22 ກໍລະກົດ ປີ 2025 ທີ່ນະຄອນສຽມຣຽບ ປະເທດກຳປູເຈຍ.

ການນຳຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (07.05.1954 – 07.05.2024)

ການນຳຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (07.05.1954 – 07.05.2024)     ໃນຕອນເຊົ້າວັນທີ 07 ພຶດສະພາ 2024 ທີ່ຫ້ອງປະຊຸມແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (07.05.1954 – 07.05.2024). ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນ. ປານີ ຢາທໍ່ຕູ້