ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ

ກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ

    ໃນວັນທີ 19 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ໂດຍໃຫ້ກຽດເປັນປະທານຮ່ວມມີ: ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮູມສູນກາງພັກ , ປະທານຄະນະກຳມາທິການເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ຄອສພ, ທ່ານ ນ. ຈັນໂສດາ ພອນທິບ ຄະນະພັກ, ຫົວໜ້າຫ້ອງການກອງເລຂາ ຄະນະກຳມາທິການເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ສູນກາງສະຫະພັນແມ່ຍິງລາວ, ບັນດາຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮູມສູນກາງພັກ , ປະທານຄະນະກຳມາທິການເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ຄອສພ ໃຫ້ກຽດຂື້ນກ່າວຈຸດປະສົງເພື່ອໃຫ້ພະນັກງານຂອງຄະນະໂຄສະນາອົບຮົມສູນກາງພັກກຳແໜ້ນກ່ຽວກັບກົດໝາຍດັ່ງກ່າວ, ເພື່ອໄປຈັດຕັ້ງປະຕິບັດນຳໃຊ້ເຂົ້າໃນໜ້າທີວຽກງານຕົວຈິງກໍຄືວຽກງານການເມືອງແນວຄິດເພື່ອໄປເຜີຍແຜ່ໂຄສະນາໃຫ້ຖືກຈຸດຖືກກຸ່ມເປົ້າໝາຍຖືກຕ້ອງຕາມແນວທາງຂອງພັກເຮັດໃຫ້ກົດໝາຍດ່ັງກ່າວເປີດກ້ວາງໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ.

    ຫຼັງຈາກນັ້ນ ທ່ານ ນ. ຈັນໂສດາ ພອນທິບ ຄະນະພັກ, ຫົວໜ້າຫ້ອງການກອງເລຂາ ຄະນະກຳມາທິການເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ສູນກາງສະຫະພັນແມ່ຍິງລາວໃຫ້ກຽດເຜີຍແຜ່ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍທ່ານໃຫ້ຮູ້ເຖີງສະພາບລວມພາຍໃນ ແລະ ສາກົນ. ໃນປີ 2015 ຂອງບົດບາດສິດສະເໝີພາບລະຫວ່າງຍິງ-ຊາຍ ສປປ ລາວ ແມ່ນຕິດອັນດັບ 53

    ຂອງໂລກມາຮອດປີ 2020 ແມ່ນຕິດອັນ 43 ຂອງໂລກ ແລະ ຕິດອັນດັບທີ 2 ຂອງອາຊຽນຖືວ່ານະໂຍບາຍດ່ັງກ່າວແມ່ນສ ປປ ລາວເຮົາເຮັດໄດ້ດີ, ການແກ້ໄຂຂອງບັນຫາຕ່າງໆຂອງສິດທິຍິງ-ຊາຍ, ເຫດຜົນ ແລະ ຄວາມຈຳເປັນຕ້ອງມີກົດໝາຍສະບັບນີ້, ເນື້ອໃນ ແລະ ໂຄງປະກອບສ້າງຂອງກົດໝາຍດ່ັງກ່າວ. ທ່ານໃຫ້ຮູ້ວ່າພື້ນຖານອັນສຳຄັນແມ່ນຕ້ອງຂົນຂວາຍມະຫາຊົນ ເວົ້າສະເພາະແມ່ນເພດຊາຍ ເຂົ້າຮ່ວມໃນການເຄື່ອນໄຫວຕໍ່ສູ້ແກ້ໄຂຄວາມທຸກຍາກ ແລະ ການເອົາລັດເອົາປຽບດ້ວຍບັນດາຮູບການຕ່າງໆແທດເໝາະກັບແຕ່ລະໄລຍະແຫ່ງການຫັນປ່ຽນຂອງການປະຕິວັດ, ພ້ອມນັ້ນກໍຕ້ອງຊຸກຍູ້ໃຫ້ແມ່ຍິງເຂົ້າເຖີງການສຶກສາ, ກົດໝາຍ, ຂະບວນຍຸດຕິທຳ ແລະ ສຸມໃສ່ປະຕິບັດສິດສະເໜີພາບລະຫວ່າງຍິງ-ຊາຍ. ປັດຈຸບັນພັກລັດໄດ້ສຸມໃສ່ໃນການສ້າງໂອກາດ ແລະ ເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າໄດ້ຮັບການສຶກສາອົບຮົມ, ຍົກລະດັບວັດທະນະທຳລະດັບຄວາມຮູ້ຄວາມສາມາດໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍກຳລັງແຮງຄວາມສາມາດອັນບົ່ມຊ້ອນຂອງແມ່ຍິງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຕິດພັນກັບການກໍ່ສ້າງຄົນຮຸ່ນໃຫມ່, ເອົາໃຈໃສ່ຍົກບົດບາດແມ່ຍິງ ແລະ ເດັກນ້ອຍໃນການຄຸ້ມຄອງເສດຖະກິດ, ຄຸ້ມຄອງລັດ ແລະ ສັງຄົມ. ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍແມ່ນການຕ້ານທັດສະນະຄະຕິ, ຄວາມຊີນເຄີຍ ແລະ ຮິດຄອງອັນເກົ່າແກ່ຫຼ້າຫຼັງຂອງເພດຊາຍທີ່ມີລັກສະນະຈຳແນກແມ່ຍິງ, ຖືແມ່ຍິງເປັນເພດອ່ອນແອ, ເປັນຜູ້ຄອຍຮັບໃຊ້ຄອບຄົວ ແລະ ສັງຄົມ ທີ່ພາໃຫ້ເກີດຊ່ອງວ່າງໃຫ້ແມ່ຍິງສາມາດປະກອບສ່ວນສ້າງຄອບຄົວໃຫ້ມີຄວາມຜາສຸກ, ສ້າງສັງຄົມໃຫ້ມີຄວາມສະຫງົບ, ສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ ແນ່ໃສ່ບັນລຸການປະຕິບັດກົດໝາຍຄວາມສະເໝີພາບຍິງ-ຊາຍຢ່າງແທ້ຈິງ.