ກອງປະຊຸມສຳມະນາລະດັບຊາດຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”

ກອງປະຊຸມສຳມະນາລະດັບຊາດຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”

    ໃນຕອນເຊົ້າ ວັນທີ 14 ມີນາ 2022 ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສົມທັບກັບຄະນະໂຄສະນາອົບຮົມສູນກາງພັກ, ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ” ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ. ໃຫ້ກຽດເປັນປະທານກອງປະຊຸມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມມີ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການ ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ.ນອກຈາກນີ້ຍັງມີບັນດາສະຫາຍນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ພະນັກງານຫຼັກແຫຼ່ງຂອງບັນດາກະຊວງ-ອົງການ, ພະນັກງານຄູ-ອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

    ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບ ເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ເປັນການສ້າງຂະບວນການສະເຫຼີມສະຫຼອງວັນເກີດຂອງປະທານໄກສອນ ພົມວິຫານຄົບຮອບ 102 ປີ ແລະ ວັນສະຖາປະນາຂອງ ສປປ ລາວ ຄົບຮອບ 47 ປີ, ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ກົດຜົນເປັນຈິງ.

    ໃນພິທີສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມີຄຳເຫັນກ່າວເປີດພິທີ ແລະ ໄດ້ຍົກໃຫ້ເຫັນວ່າ: ແນວຄິດໄກສອນ ພົມວິຫານກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ໄດ້ຢືນຢັນໃຫ້ເຫັນເຖິງຄຸນລັກສະນະທາດແທ້, ຈຸດໝາຍບາດກ້າວ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ຊີ້ໃຫ້ເຫັນວ່າ ຈຸດໝາຍການປະຕິວັດຊາດ ປະຊາທິປະໄຕ ແມ່ນການສະແດງອອກເຖິງການເຊີດຊູຄັນທຸງຊາດ-ປະ ຊາທິປະໄຕພາຍ ໃຕ້ການນຳພາຂອງພັກຊົນຊັ້ນກຳມະກອນ, ຕາມທິດກ້າວຂຶ້ນສັງຄົມນິຍົມ. ປະທານ ໄກສອນ ພົມວິ ຫານ ໄດ້ກ່າວວ່າ: “ລັກສະນະຂອງການປະຕິວັດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ໂດຍແມ່ນພັກຊົນຊັ້ນກຳມະກອນເປັນຜູ້ນຳພາ, ຈຸດໝາຍຂອງມັນບໍ່ແມ່ນຢຸດຢູ່ພຽງເອກະລາດແຫ່ງຊາດ, ປະຊາທິປະໄຕ ເທົ່ານັ້ນ; ຫາກຍັງຕ້ອງນຳເອົາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານໄລຍະການຂະຫຍາຍຕົວຂອງທຶນນິຍົມ.” ປະທານ ໄກສອນ ພົມວິຫານ ໄດ້ຖືສຳຄັນວ່າການສ້າງກ້ອນກຳລັງພັນທະພາບກຳມະກອນ-ຊາວນາ, ປຸກລະດົມການເຂົ້າຮ່ວມຂອງທຸກຊັ້ນຄົນ, ທຸກເພດທຸກໄວ ຖືການປະຕິວັດແມ່ນພາລະກິດຂອງມະຫາຊົນ ພາຍໃຕ້ການນຳພາຂອງພັກ ເປັນພື້ນຖານໃຫ້ແກ່ພາລະກິດປະຕິວັດປະຊາທິປະໄຕ. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດ ປະຊາທິປະໄຕ ຕາມທິດສັງຄົມນິຍົມ ໄດ້ຮັບການຢັ້ງຢືນຈາກພຶດຕິກຳຕົວຈິງ ໃນພາລະກິດຕໍ່ສູ້ກູ້ຊາດຈົນສາມາດຍາດເອົາໄຊຊະນະໄດ້ຢ່າງສົມບູນດ້ວຍ ສາມບາດຄ້ອນຍຸດທະສາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ 1975 ເຊິ່ງແມ່ນລັດທີ່ເປັນຕົວແທນອັນແທ້ຈິງແຫ່ງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.

ໃນວາລະໄດ້ຮັບຟັງບົດນໍາຂອງກອງປະຊຸມສໍາມະນາ ແລະ ຮັບຟັງສະເໜີເນື້ອໃນສັງລວມຫຍໍ້ຈາກນັກວິທະຍາສາດຈຳນວນ 06 ຫົວຂໍ້ຍ່ອຍຄື.

  1. ທາດແທ້ ແລະ ຈຸດໝາຍຂອງການປະຕິວັດປະຊາທິປະໄຕປະຊາຊົນ.
  2. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປະຕິວັດຊາດປະຊາທິປະໄຕພາຍໃຕ້ການນຳພາຂອງພັກ.
  3. ແນວຄິດ ໄກສອນ ພົມວິຫານກ່ຽວກັບການປະຕິວັດຊາດປະຊາທິປະໄຕບົນພື້ນຖານກໍ່ສ້າງກ້ອນກຳລັງພັນທະພາບກຳມະກອນ-ຊາວນາ.
  4. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບມະຫາຊົນ, ປະຊາຊົນແມ່ນກຳລັງແຮງຕັດສິນໄຊຊະນະຂອງການປະຕິ ວັດຊາດ-ປະຊາທິປະໄຕ.
  5. ແນວຄິດໄກສອນ ພົມວິຫານກ່ຽວກັບການແກ້ໄຂຂໍ້ຍັດແຍ້ງລະຫວ່າງກຳລັງການຜະລິດ ແລະ ການພົວພັນການຜະລິດໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ.
  6. ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ.

    ໃນກອງປະຊຸມ ບັນດານັກວິທະຍາສາດ, ນັກທິດສະດີ ທີ່ມາຈາກພາກສ່ວນຕ່າງໆ ແລະ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ໃສ່ແຕ່ລະຫົວຂໍ້ຢ່າງກົງໄປກົງມາເພື່ອຢືນຢັນເຖີງຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳຂອງແນວຄິດ ໄກສອນ ພົມວິຫານ; ຢັ້ງຢືນໃຫ້ເຫັນເຖິງບົດບາດ, ຄວາມໝາຍຄວາມສຳຄັນ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງແນວຄິດ ໄກສອນ ພົມວິຫານ ຕໍ່ກັບການປະຕິວັດລາວ.