ເມືອງຊຽງຮ່ອນ ເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ຊຸດທີ I  ໃຫ້ແກ່ການນໍາຂັ້ນເມືອງ, ພະນັກງານຫຼັ້ກແຫຼ່ງ ແລະ ອົງການປົກຄອງບ້ານ

ເມືອງຊຽງຮ່ອນ ເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ຊຸດທີ I  ໃຫ້ແກ່ການນໍາຂັ້ນເມືອງ, ພະນັກງານຫຼັ້ກແຫຼ່ງ ແລະ ອົງການປົກຄອງບ້ານ

 

               ພາບ-ຂ່າວ: ຈິງອັ່ງ ຄໍາບານນ້ອຍ

          ໃນວັນທີ 17 ພຶດສະພາ 2022 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບ ຫ້ອງການຄະນະໂຄສະນາອົບຮົມເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດຕັ້ງຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ການນຳຂັ້ນເມືອງ, ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານເທດສະບານ ເຊິ່ງຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງຊຽງຮ່ອນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງທ່ານ ອິນຕາ ນີ້ມນວນ ຮັກສາການເລຂາພັກເມືອງ, ຮັກສາການເຈົ້າເມືອງຊຽງຮ່ອນ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນເມືອງ,  ເປັນກຽດເຂົ້າຮ່ວມຂອງ ທ່ານນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ,  ມີທ່ານ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ພ້ອມດ້ວຍການນຳຂັ້ນເມືອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ອົງການປົກຄອງຂັ້ນບ້ານ 14 ບ້ານ ເຂົ້າຮ່ວມຢາ່ງພ້ອມພຽງ.

ຊຸດຝຶກອົບຮົມໃນຄັ້ງນີ້ ມີນັກສໍາມະນາກອນ ເຂົ້າຮ່ວມທັງໝົດ 60 ທ່ານ, ຍິງ 10  ​ທ່ານ ທີ່ມາຈາກ ຫຼາຍພາກສ່ວນຂອງເມືອງ, ການຝຶກອົບຮົມວຽກງານດັ່ງກ່າວແມ່ນຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານ ວຽກງານໂຄສະນາ-ປາຖະກະຖາ ເຊິ່ງປະກອບມີ 3 ບົດຄື: ບົດທີ 1: ບັນຫາພື້ນຖານຂອງວຽກງານໂຄສະນາ, ບົດທີ 2: ຄຸນລັກສະນະ, ສິລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການປາຖະກະຖາ ແລະ ບົດທີ 3: ແນະນໍາ ແລະ ເຕັກນິກໃນການຂຽນເອກະສານ, ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້ ເພີ່ມຄວາມສາມາດ, ໃນການຂຶ້ນປາຖະກະຖາຕົວຈິງ, ສ້າງທັກສະໃນການປາກເວົ້າ ແລະ ການຂຽນເອກະສານຕ່າງໆ ໃຫ້ແກ່ພະນັກງານຫຼັກແຫຼ່ງ ໃນການປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ. ພ້ອມນີ້, ຍັງເປັນການຫັນເອົາວຽກງານໂຄສະນາ-ປາຖະກະຖາ ຫັນລົງສູ່ຮາກຖານ ສ້າງໃຫ້ມີນັກປາຖະກະຖາ ເຄື່ອນໄຫວ ເຜີຍແຜ່ຄວາມຮູ້, ສະຕິປັນຍາ ສະພາບການ ຄຸນຄ່າທາງດ້ານຈິດໃຈ ປຸກລະດົມ ແລະ ຂົນຂວາຍມະຫາຊົນ ໃຫ້ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ການເມືອງໃນໄລຍະໃໝ່.

ໂອກາດນີ້, ທ່ານ ອິນຕາ ນີ້ມນວນ ຮັກສາການເລຂາພັກເມືອງ, ຮັກສາການເຈົ້າເມືອງຊຽງຮ່ອນ ​ໄດ້ກ່າວວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ  ໃຫ້ແກ່ນັກສໍາມະນາກອນ ທີ່ຈະໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນ. ສະນັ້ນ, ຮຽກຮ້ອງ​ໃຫ້ນັກສໍາມະນາກອນ ຈົ່ງ​ພ້ອມ​ກັນເອົາໃຈໃສ່ຢ່າງຕັ້ງໜ້າ  ແລະ ເກັບກໍາເອົາບົດຮຽນທິດສະດີ ທີ່​ໄດ້ ນໍາໄປຈັດຕັ້ງປະຕິບັດເຂົ້າ​ໃນວຽກງານ​ຂອງ​ແຕ່​ລະ​ຄົນໃຫ້ໄດ້ຮັບຜົນດີ.