ພິທີປາຖະກະຖາ ກ່ຽວກັບການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ

ພິທີປາຖະກະຖາ ກ່ຽວກັບການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ

ໃນຕອນເຊົ້າວັນທີ 27 ພຶດສະພາ 20227  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ທະນາຄານແຫ່ງ ສປປ ລາວ ແລະ ກະຊວງອຸດສະຫະກໍາການຄ້າ ຈັດກອງປະຊຸມປາຖະກະຖາຂຶ້ນໃນຫົວຂໍ້ “ ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ” ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດປາຖະກະຖາໂດຍ: ທ່ານ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນ.ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມມີ: ທ່ານ ນ.ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງເລຂາພັກ, ຄະນະປະຈໍາພັກ, ຮອງລັດຖະມົນຕີ, ຄະນະນໍາ ຂອງບັນດາກະຊວງ-ອົງການ, ອົງການສື່ມວນຊົນຕ່າງໆ ພ້ອມດ້ວຍພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດ ແລະ ພະນັກງານພາຍໃນ ຄອສພ ໄດ້ເຂົ້້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ໃຫ້ພະນັກງານການນໍາ ຂອງກະຊວງ-ອົງການ, ຜູ້ທີ່ຮັບຜິດຊອບວຽກງານການເມືອງແນວຄິດ ແລະ ຄະນະບັນນາທິການສື່ມວນຊົນຂັ້ນສູນກາງ ເພື່ອນໍາໄປໂຄສະນາ ປຸກລະດົມ ຂົນຂວາຍສຶກສາອົບຮົມ ແລະ ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ໃຫ້ແກ່ສະມາຊິກພັກ- ພະນັກງານ ແລະ ປະຊາຊົນໃນທົ່ວສັງຄົມ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊີ່ງ ແລະຖືກຕ້ອງ.

ໃນພິທີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ອະທິບາຍຊີ້ແຈງກ່ຽວກັບບັນຫາ ການຄຸ້ມຄອງການເງິນ-ເງິນຕາ ແລະ ແລກປ່ຽນເງິນຕາ ຂອງທະນາຄານ ເຊິ່ງເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຕ້ອງການຕອບແກ້ທີ່ຊັດເຈນດັ່ງທ່ານໄດ້ຍົກໃຫ້ເຫັນເຖິງ ການຄຸ້ມຄອງການເງິນ-ເງິນຕາ ແລະ ແລກປ່ຽນເງິນຕາຂອງທະນາຄານ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ເຊິ່ງການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ແມ່ນການເຮັດໃຫ້ອັດຕາແລກປ່ຽນ ຫລື ຄ່າເງິນກີບມີຄວາມສະຫງົບ ແລະ ປະກອບສ່ວນຄຸ້ມຄອງອັດຕາເງິນເຟີ້ ບໍ່ໃຫ້ເພີ່ມຂຶ້ນສູງເກີນໄປ; ສະຖຽນລະພາບເງິນຕາແຫ່ງຊາດແມ່ນ ມີຜົນຕໍ່ລາຄາສິນຄ້າ, ຄ່າຄອງຊີບທັງໝົດ, ຕົ້ນທຶນໃນການດໍາເນີນທຸລະກິດ, ຄວາມເຊື່ອໝັ້ນຕໍ່ການລົງທຶນຈາກຕ່າງປະເທດ, ຕໍ່ລາຍຮັບຂອງປະເທດ ແລະ ພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດ ແລະ ມີຜົນຕໍ່ການພັດທະນາເສດຖະກິດ-ສັງຄົມປະເທດ. ດັ່ງນັ້ນ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຖືເອົານະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດທີ່ມີການຄຸ້ມຄອງຂອງລັດເປັນເຄື່ອງມືຫລັກຂອງຕົນ.

ຫຼັງຈາກນັ້ນ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ສືບຕໍ່ເຜີຍແຜ່ກ່ຽວກັບສະພາບການຄຸ້ມຄອງ ການນໍາເຂົ້ານໍ້າມັນ ແລະ ສິນຄ້າອຸປະໂພກ-ບໍລິໂພກ ການຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫລາດທີ່ມີທ່າອ່ຽງສູງໃນປັດຈຸບັນ, ເພື່ອເຮັດໃຫ້ສະພາບລາຄາສິນຄ້າ ໃນທ້ອງຕະຫລາດພາຍໃນບໍ່ໃຫ້ມີການເໜັງຕີງແຮງ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກໍານົດຫລາຍນິຕິກໍາ ແລະ ວາງມາດຕະການຕ່າງໆ ອອກມາເປັນແຕ່ລະໄລຍະ ເຊິ່ງມາດຕະການທີ່ສໍາຄັນຈໍານວນໜຶ່ງທີ່ນໍາໃຊ້ໃນປັດຈຸບັນມີຄື: ຍຸດທະສາດກອງທຶນຄັງແຮເຂົ້າ ເຊິ່ງກອງທຶນດັ່ງກ່າວ ຈະນໍາໃຊ້ເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫລືຂາຍໃນລາຄາແຊກແຊງ ໃນເວລາທີ່ລາຄາເຂົ້າສານມີການເໜັງຕີງຂຶ້ນສູງເກີນເພດານທີ່ລັດກໍານົດໃຫ້; ຂະແໜງອຸດສະຫະກຳ ແລະ ການຄ້າ ໄດ້ມີການຕິດຕາມສະພາບການສະໜອງ ແລະ ລາຄາຕາມທ້ອງຕະຫລາດເປັນປະຈໍາແຕ່ລະວັນ ເພື່ອປ້ອງກັນການສວຍໂອກາດທຸກຮູບແບບ; ກໍານົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະ ສິນຄ້າໃນບັນຊີຄວບຄຸມ ຫລື ສິນຄ້າ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອ່ອນໄຫວສູງ ໂດຍສະເພາະ ປະເພດສະບຽງອາຫານ ເຊັ່ນ: ເຂົ້າກິນ, ຊີ້ນໝູ, ງົວ, ຄວາຍ, ໄຂ່, ໄກ່ປອກ, ເປັດປອກ, ປານິນ ແລະ ພືດຜັກຕ່າງໆ; ຍຸດທະສາດ ດັດສົມການສະໜອງ ແລະ ຄວາມຕ້ອງການ ຫລືແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍ ກັບຄວາມຕ້ອງການຂອງສັງຄົມ ແລະ ເພື່ອປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ.

ໃນໂອກາດດັ່ງກ່າວ ທ່ານ ນ.ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ມອບກະຕາອວຍພອນ ໃຫ້ແກ່ ທ່ານ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນ.ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃນໂອກາດທີ່ໄດ້ໃຫ້ກຽດມາຊີ້ແຈງອະທິບາຍຢ່າງຈະແຈ້ງຕໍ່ບັນຫາທ່ານຜູ້ທີ່ເຮັດວຽກໂຄສະນາອົບຮົມກໍຄືຜູ້ທີ່ຮັບຜິດຊອບວຽກງານການເມືອງແນວຄິດຂອງພັກຢູ່ສູນກາງພັກເຮົາ.