ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການຮຽບຮຽງປຶ້ມປະຫວັດສາດຊາດລາວ ເຫຼັ້ມ 1(ສະໄໝບູຮານ)

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບການຮຽບຮຽງປຶ້ມປະຫວັດສາດຊາດລາວ ເຫຼັ້ມ 1(ສະໄໝບູຮານ)

    ໃນວັນທີ 02 ກັນຍາ 2022 ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການຮຽບຮຽງປຶ້ມປະຫວັດສາດຊາດລາວ ເຫຼັ້ມ 1 (ສະໄໝບູຮານ) ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ; ອະດີດຮອງນາຍົກລັດຖະມົນຕີ; ທີ່ປຶກສາສະພາທິດສະດີສູນກາງພັກ, ບັນດາທ່ານ ສະມາຊິກສະພາທິດສະດີສູນກາງພັກທີ່ນັບຖື, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ອາວຸໂສ ແລະ ບັນດາຄະນະຮຽບຮຽງປຶ້ມປະຫວັດສາດ.

ໃນພິທີຄະນະຮັບຜິດຊອບໂຄງການໄດ້ລາຍງານ ໃຫ້ຮູ້ວ່າ: ການຮຽບຮຽງປຶ້ມປະຫວັດສາດຊາດລາວ ໄລຍະແຕ່ສະໄໝບູຮານ ຮອດສະໄໝເຈົ້າອານຸວົງນຳພາກອບກູ້ເອກະລາດເຊິ່ງເປັນໜຶ່ງໃນ 9 ໂຄງການຄົ້ນຄ້ວາທິດສະດີ ແລະພຶດຕິກຳຂອງພັກເຮົາ ທີ່ສະພາວິທະຍາສາດສັງຄົມແຫ່ງຊາດເມື່ອກ່ອນນີ້ວາງອອກ ແລະ ໄດ້ແຕ່ງຄະນະຮັບຜິດຊອບເພື່ອດຳເນີນໂຄງການ ອັນປະກອບດ້ວຍນັກຄົ້ນຄ້ວາດ້ານປະຫວັດສາດທີ່ອາວຸໂສບຳນານ ແລະ ນັກຄົ້ນຄ້ວາທີ່ຍັງປະຈຳການຢູ່ຕາມກະຊວງອົງການກ່ຽວຂ້ອງຈຳນວນ 12 ທ່ານ.

ໂຄງການນີ້ ບໍ່ແມ່ນໂຄງການທີ່ຕ້ອງຂຽນປະຫວັດສາດຊາດລາວຂຶ້ນມາໃໝ່ຕັ້ງແຕ່ຕົ້ນ, ຫາກເປັນການຮຽບຮຽງ, ປັບປຸງ, ດັດແກ້ ແລະບັນນາທິການຄືນບັນດາເອກະສານປະຫວັດສາດ ສະບັບຕົ້ນ ທ່ານ ມະຫາສີລາ ວິຣະວົງ ແລະທ່ານ ມະຫາຄຳຈຳປາ ແກ້ວມະນີ ໂດຍພາຍໃຕ້ການຊີ້ນຳຂອງທານ ພູມີ ວົງວິຈິດ ໄດ້ຂຽນອອກຕັ້ງແຕ່ຊຸມປີ 1980 ຂອງສະຕະວັດກ່ອນ, ທັງນີ້ ເພື່ອສ້າງເປັນປຶ້ມປະຫວັດສາດສະບັບທີ່ເປັນທາງການຂອງລາວເຮົາ. ໂຄງການນີ້ ຄະນະຮຽບຮຽງໄດ້ຈັດເປັນ 3 ແຜນງານ ໂດຍຈະເຮັດເປັນປຶ້ມປະຫວັດສາດ III ເຫຼັ້ມຄື:

–         ປະຫວັດສາດຊາດລາວ ເຫຼັ້ມ I (ສະໄໝບູຮານ)

–         ປະຫວັດສາດຊາດລາວ ເຫຼັ້ມ II (ສະໄໝອານາຈັກລາວລ້ານຊ້າງ)

–         ປະຫວັດສາດຊາດລາວ ເຫຼັ້ມ III (ສະໄໝອານາຈັກລາວລ້ານຊ້າງເສື່ອມຖອຍ ແລະຂະບວນການກອບກູ້ເອກະລາດ ພາຍໃຕ້ການນຳພາຂອງເຈົ້າອານຸວົງ).

ຫຼັງຈາກນັ້ນບັນດາສະມາຊິກສະພາທິດສະດີສູນກາງພັກ ແລະ ແຂກທີ່ຖືກເຊີນກໍ່ໄດ້ພ້ອມກັນມີຄຳຄິດຄຳເຫັນໃນແຕ່ລະຫົວຂໍ້ ວິເຄາະ, ວິໄຈ ຕອບຄຳຖາມຢ່າງກົງໄປກົງມາເພື່ອເຮັດໃຫ້ໂຄງການຮຽບຮຽງປື້້ມປະຫວັດສາດຊາດລາວ ເຫຼັ້ມ I (ສະໄໝບູຮານ) ມີເນື້ອໃນອຸດົມສົມບູນຄົບຖ້ວນສອດຄ່ອງຕາມສະພາບຄວາມເປັນຈິງ ໃນການອ້າງອີງຕາມຫຼັກຖານຕ່າງໆໃນສະໄໝກ່ອນ.

ໃນຕອນທ້າຍພິທີປະທານໄດ້ໂອ້ລົມຕໍ່ກອງປະຊຸມວ່າ: ຄວາມເຫັນຂອງບັນດາທ່ານ ລ້ວນແຕ່ສະແດງອອກແຈ້ງເຖິງຄວາມເປັນຫ່ວງເປັນໄຍ ຢາກໃຫ້ປື້ມເຫຼັ້ມນີ້ ບັນລຸໄດ້ຕາມຈຸດປະສົງ ອັນເປັນປຶ້ມປະຫວັດສາດສະບັບທີ່ເປັນທາງການຂອງລາວເຮົາ; ບັນດາທ່ານໄດ້ປະກອບຄວາມເຫັນລົງເລິກເຖິງເຫດ ການປະຫວັດສາດ ໂດຍໄດ້ຍົກຫຼັກຖານທາງປະຫວັດສາດ ແລະບູຮານຄະດີມາຢືນຢັນ ອັນເຮັດໃຫ້ເນື້ອໃນເຫດການປະຫວັດສາດຕ່າງໆມີຄວາມຈະແຈ້ງ, ຊັດເຈນຕື່ມອີກ. ທັງໝົດຄວາມເຫັນຂອງບັນດາທ່ານລ້ວນແຕ່ມີຄຸນຄ່າ ແລະ ເປັນປະໂຫຽດຕໍ່ການປັບປຸງປຶ້ມເຫຼັ້ມນີ້.