ພິທີປາຖະກະຖາຫວນຄືນມູນເຊື້ອ ແລະ ມອບຫຼຽນ 65 ປີ ຊາວໜຸ່ມ ປປ ລາວ ໃຫ້ພະນັກງານ ຄອສພ

ພິທີປາຖະກະຖາຫວນຄືນມູນເຊື້ອ

ແລະ ມອບຫຼຽນ 65 ປີ ຊາວໜຸ່ມ ປປ ລາວ ໃຫ້ພະນັກງານ ຄອສພ

ໃນຕອນເຊົ້າ ຂອງວັນທີ 18 ພຶດສະພາ 2023 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີພິທີປາຖະກະຖາຫວນຄືນມູນເຊື້ອ ແຫ່ງການສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ແລະ ການມອບຫຼຽນກາລະນຶກ 65 ປີ ຊາວໜຸ່ມ ປປ ລາວ ໃຫ້ແກ່ພະນັກງານ, ສະມາຊິກຊາວໜຸ່ມທົ່ວ ຄອສພ,ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມ ໂດຍ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ມອນໄຊ ລາວມົວຊົງ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານສະມາຊິກຊາວໜຸ່ມ ທົ່ວ ຄອສພ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ສຸກສະຫວັນ ອິນຄະວິໄລ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນ 1 ປີ ຂອງສະມາຊິກຊາວໜຸ່ມ ຄອສພ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານການປະກອບສ່ວນບັນດາໜ່ວຍຊາວໜຸ່ມແຕ່ລະກົມ ທົ່ວ ຄອສພ ໃນການຈັດຕັ້ງນໍາພາວຽກງານວິຊາສະເພາະຂອງຕົນ ເວົ້າລວມ, ເວົ້າສະເພາະວຽກງານຂະບວນການຂອງອົງການຈັດຕັ້ງຊາວໜຸ່ມທີ່ຍາດມາໄດ້ຕະຫຼອດໄລຍະ 1 ທີ່ຜ່ານມາ, ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍຍັງມີບາງຈຸດທີ່ຄົງຄ້າງ ຈະໄດ້ສຸມໃສ່ແກ້ໄຂເອົາໃຈໃສ່ ໃນຊຸມປີຕໍ່ໜ້າ ແລະ ຜ່ານທິດທາງແຜນການເຄື່ອນໄຫວປີ 2023 ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ປປ ລາວ ໃຫ້ປະກົດຜົນເປັນຈິງ ຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຈາກນັ້ນ, ທ່ານ ມອນໄຊ ລາວມົວຊົງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໃຫ້ການປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023) ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຂະບວນການວິວັດແຫ່ງການ ເຕີບໃຫຍ່ ຂອງຊາວໜຸ່ມລາວ ໃນການເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດໃນຫຼາຍໄລຍະປະຫວັດສາດທີ່ຜ່ານມາເຊິ່ງບັນດາຊາວໜຸ່ມ ແລະ ຜູ້ທີ່ຮັກຊາດ ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ກອບກູ້ເອົາຜືນແຜນດິນອັນແສນຮັກຂອງພວກເຮົາກັບຄືນມາ ຈຶ່ງເຮັດໃຫ້ກໍາເນີດມີວິລະຊົນ. ຊາວໜຸ່ມລາວຮຸ້ນຕ່າງໆຖືກຈາລຶກໄວ້ຢູ່ໃນປຶ້ມປະຫວັດສາດຂອງຊາດເຮົາ.

ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃຕ້ຮົ່ມທຸງປະຕິວັດຂອງພັກ ຕະຫຼອດໄລຍະຜ່ານມາ ບໍ່ວ່າເວລາໃດ ຊາວໜຸ່ມ ໄດ້ຮັບການຖະນຸຖະໜອມ ແລະ ໄດ້ຮັບການຊີ້ນຳໂດຍກົງ ແລະ ຮອບດ້ານຈາກສູນກາງພັກ. ຄະນະພັກ-ຄະນະນໍາຊາວໜຸ່ມແຕ່ລະຂັ້ນ, ຂອງພວກເຮົາຍາມໃດ ກໍຮັກສາໄດ້ມູນເຊື້ອອັນດີງາມຂອງຕົນທັງ ສາມາດເສີມຂະຫຍາຍໄດ້ບົດບາດປະຈັນບານ ໃນທຸກຂົງເຂດວຽກງານທັງຢູ່ສູນກາງ ແລະ ທ້ອງຖີ່ນໃນພາລະກິດປະຕິວັດຂອງພັກ, ຊາວໜຸ່ມລາວຫຼາຍຄົນໄດ້ເສຍສະຫຼະ ເພື່ອປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຕົນ, ມີຫຼາຍຄົນໄດ້ກາຍເປັນວິລະຊົນ-ນັກຮົບແຂ່ງຂັນ ແລະ ກາຍເປັນການນໍາຂັ້ນສູງຂອງພັກ-ລັດ ນັບແຕ່ອະດີດຈົນເຖິງປັດຈຸບັນ. ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໂດຍມີປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເປັນຫຼັກແຫຼ່ງແກ່ນສານນັ້ນໄດ້ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ເພື່ອປົດປ່ອຍຊາດກອບກູ້ເອົາເອກະລາດ, ສິດເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ ຊາວໜຸ່ມລາວຈຳນວນຫຼວງຫລາຍໄດ້ປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດຍອມເສຍສະຫຼະທຸກສິ່ງຢ່າງເພື່ອປະເທດຊາດ ແລະ ເພື່ອພາລະກິດປະຕິວັດຂອງພັກ, ຈາກນັ້ນ ພັກ ປປ ລາວຈຶ່ງໄດ້ກຳນົດເອົາວັນທີ 14 ເມສາ 1955 ເປັນມື້ສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

ຫຼັງຈາກສຳເລັດການປາຖະກະຖາແລ້ວກໍມີພິທີການມອບຫຼຽນກາທີ່ລະນຶກ 65 ປີ ແຫ່ງການສ້າງຕັ້ງຊາວໜຸ່ມ ປປ ລາວໃຫ້ແກ່ບັນດາການນຳຂັ້ນສູງຂອງ ຄອສພ ແລະ ບັນດາສະມາຊິກຊາວໜຸ່ມໃນທົ່ວ ຄອສພຈຳນວນ 176 ຄົນ ແລະ 9 ກົມ ໃນທົ່ວ ຄອສພ.

(ຂ່າວ: ມີໄຊ – ພາບ: ດາວທະວີສຸກ)