Day: November 7, 2023

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສໍາພາດກັບກົມຮູບ ເງົາ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເນື່ອງໃນໂອກາດກະກຽມພິທີສະເຫຼີມສະຫລອງວັນຄ້າຍວັນເກີດ ຂອງປະທານ ຄໍາໄຕ ສີພັນດອນ.

ໃນຕອນບ່າຍ ຂອງວັນທີ 6 ພະຈິກ 2023 ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດ ສະດີສູນກາງພັກ ໄດ້ໃຫ້ສໍາພາດຕໍ່ກົມຮູບເງົາ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເນື່ອງໃນໂອກາດກະກຽມພິທີສະເຫຼີມສະຫລອງວັນຄ້າຍວັນ ເກີດ ຂອງປະທານ ຄໍາໄຕ ສີພັນດອນ ທີ່ຈະມາເຖີງນີ້ ຢູ່ທີ່ ຄະນະໂຄສະນາອົບຮົມສູນກາງພັກ; ເຊິ່ງທ່ານໄດ້ກ່າວວ່າ: ຂ້າພະເຈົ້າສຸດທີ່ພາກພູມໃຈ ໃນເມື່ອກ່ອນໄດ້ເປັນເລຂາຮັບໃຊ້ ປະທານ ຄໍາໄຕ ສີພັນດອນ ເປັນເວລາ 10 ກວ່າປີ, ຊຶ່ງໄດ້ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດອັນປະເສີດ ຂອງປະທານ ຄໍາໄຕ ສີພັນດອນ ແລະ ໄດ້ຈາລຶກໄວ້ໃນດວງໃຈ ຂອງຂ້າພະເຈົ້້າຕະຫຼອດມາ.