Day: November 15, 2023

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານແນວຄິດ-ຫາງສຽງສັງຄົມ ຢູ່ແຂວງໄຊຍະບູລີ

ເພື່ອຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມທີ່ພົ້ນເດັ່ນ ທີ່ເກີດຂຶ້ນຢູ່ໃນແຕ່ລະທ້ອງຖິ່ນໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ຂອງລັດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນແຕ່ລະໄລຍະ, ໄປພ້ອມກັບການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂອງຖັນແຖວພະນັກງານ-ລັດຖະກອນ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຕໍ່ສະພາບຫຍຸ້ງຍາກ ແລະ ບັນຫາເຄັ່ງຮ້ອນທີ່ປະເທດເຮົາພວມປະເຊີນໜ້າໃນປັດຈຸບັນ ເພື່ອຊອກວິທີການສຶກສາອົບຮົມການເມືອງ-ແນວຄິດ, ຊີ້ແຈງອະທິບາຍ ແລະ ມີມາດຕະການແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ ແລະ ທັນການ.