ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານແນວຄິດ-ຫາງສຽງສັງຄົມ ຢູ່ແຂວງໄຊຍະບູລີ

ເພື່ອຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມທີ່ພົ້ນເດັ່ນ ທີ່ເກີດຂຶ້ນຢູ່ໃນແຕ່ລະທ້ອງຖິ່ນໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ຂອງລັດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນແຕ່ລະໄລຍະ, ໄປພ້ອມກັບການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂອງຖັນແຖວພະນັກງານ-ລັດຖະກອນ, ນັກຮົບ ແລະ ປະຊາຊົນບັນດາເຜົ່າຕໍ່ສະພາບຫຍຸ້ງຍາກ ແລະ ບັນຫາເຄັ່ງຮ້ອນທີ່ປະເທດເຮົາພວມປະເຊີນໜ້າໃນປັດຈຸບັນ ເພື່ອຊອກວິທີການສຶກສາອົບຮົມການເມືອງ-ແນວຄິດ, ຊີ້ແຈງອະທິບາຍ ແລະ ມີມາດຕະການແກ້ໄຂຢ່າງຖືກຕ້ອງ, ສອດຄ່ອງ ແລະ ທັນການ. ໃນວັນທີ 13 ພະຈິກ 2023 ທີ່ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ພົງສະຫວັນ ສິດທິວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ, ມີບັນດາທ່ານກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະ ແນກການ, ກົມກອງອ້ອມຂ້າງແຂວງ, ມີທີມງານຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ບັນດາຫົວໜ້າຄະນະໂຄສະນາອົບຮົມ 11 ເມືອງທົ່ວແຂວງເຂົ້າຮ່ວມ ລວມທັງໝົດ 65 ສະຫາຍ, ຍິງ 27 ສະຫາຍ.


ໃນກອງປະຊຸມດັ່ງກ່າວທ່ານ ໄດ້ຮັບຟັງການລາຍງານສະພາບແນວຄິດ-ຫາງສຽງສັງຄົມຂອງແຂວງໂດຍຫຍໍ້ຈາກ ທ່ານ ອາເມ ຊົງເຍ້ຽເລັ່ງ ຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ໃນນັ້ນ ບັນດາຂະແໜງການອ້ອມຂ້າງແຂວງກໍໄດ້ລາຍງານສະພາບແນວຄິດ-ຫາງສຽງສັງຄົມ ທີ່ເກີດຂຶ້ນຢູ່ພາຍໃນຂະແໜງການຂອງຕົນ ກໍຄືຢູ່ພາຍໃນແຂວງ, ພ້ອມທັງໄດ້ຄົ້ນຄວ້າຊອກຫາວິທີການແກ້ໄຂໃຫ້ສອດຄ່ອງ ແລະ ທັນສະພາບການ ພ້ອມທັງນໍາພາແນວຄິດໃນສັງຄົມໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໄປໃນລວງທີ່ຖືກຕ້ອງ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງແຂວງຕ້ອງຖືສຳຄັນວຽກງານຕິດຕາມ, ເກັບກຳສະພາບແນວຄິດ, ຫາງສຽງສັງຄົມໃນໄລຍະໃໝ່ເປັນວຽກທີ່ໄດ້ເຮັດປະຈໍາ, ໃນນັ້ນກໍຕ້ອງສະໜອງງົບປະມານຢ່າງເໝາະສົມເຂົ້າໃນການຈັດຝຶກອົບຮົມໃຫ້ຕາງໜ່າງເພື່ອນຮ່ວມງານ ເພື່ອສ້າງຄວາມສະດວກໃນການເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີປະສິດທິຜົນສູງ. ເພີ່ມທະວີການສຶກສາອົບຮົມນຳພາແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງໃຫ້ມີຄວາມຮັບຮູ້-ເຂົ້າໃຈຕໍ່ສະພາບການຫາງສຽງສັງຄົມທີ່ເກີດຂຶ້ນ ແລະ ສ້າງຄວາມເຊື່ອໝັ້ນຕໍ່ມາດຕະການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງຂັ້ນເທິງ; ເອົາໃຈໃສ່ເກັບກຳ, ວິເຄາະ, ວິໄຈ ໄຈ້ແຍກສະພາບແນວຄິດ-ຫາງສຽງສັງຄົມທີ່ມີຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດໃຫ້ເລິກເຊິ່ງ, ເພີ່ມຄວາມແຫຼມຄົມໃນການອະທິບາຍຕອບແກ້ບັນຫາຕ່າງໆທີ່ສັງຄົມໃຫ້ຄວາມສົນໃຈໃຫ້ທ່ວງທັນກັບສະພາບການ.
ໃນຕອນບ່າຍຂອງວັນດຽວກັນ ທ່ານ ລາວປາວຊົ່ງ ນະວົງໄຊ ກໍໄດ້ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນະອົບຮົມເມືອງ 11 ເມືອງ ເພື່ອຕິດຕາມ, ຊຸກຍູ້ ແລະ ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ຄໍາສັ່ງເລກທີ 04/ຄລສພ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່ ເຊິ່ງທ່ານ ອາເມ ຊົງເຍ້ຽເລັ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ, ບັນດາຜົນສໍາເລັດໂດຍຫຍໍ້, ບັນຫາສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໃນນັ້ນກໍສະເໜີບາງທິດທາງໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າ; ບັນດາຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ປະກອບຄຳເຫັນໃນການຈັດຕັ້ງປະຕິບັດວຽກງານຢູ່ພາຍໃນເມືອງຂອງຕົນໃຫ້ທີ່ປະຊຸມໄດ້ຮັບຊາບ ພ້ອມທັງມີບາງຂໍ້ສະເໜີຕໍ່ຂັ້ນເທິງຄົ້ນຄວ້າພິຈາລະນາ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ມີປະສິດທິພາບ ແລະ ປະສິດທິຜົນ.

ພາບ-ຂ່າວ: ສູນທອນ